• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາແຂວງ, ນະຄອນຮັບມືກັບໂລກລະບາດໂຄວິດ-19 ຢ່າງຮີບດ່ວນ

      ຫຼາຍທ້ອງຖິ່ນຄື: ດ້ຽນບຽນ, ຮ່າໂນ້ຍ, ກວາງຈີ້, ກວາງນາມ, ເກີນເທີ ... ສືບຕໍ່ຜັນຂະຫຍາຍຫຼາຍມາດຕະການເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງຮີບດ່ວນ.
ແຂວງ ດ້ຽນບຽນ ແຈ້ງຂໍ້ມູນຂ່າວກ່ຽວກັບໂລກລະບາດໂຄວິດ-19 ໃນບໍລິເວັນແຂວງ
(ພາບ: TTXVN)
      ຕໍ່ໜ້າການສະພາບການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19, ວັນທີ 04 ພຶດສະພາ, ຫຼາຍທ້ອງຖິ່ນຄື: ດ້ຽນບຽນ, ຮ່າໂນ້ຍ, ກວາງຈີ້, ກວາງນາມ, ເກີນເທີ… ສືບຕໍ່ຜັນຂະຫຍາຍຫຼາຍມາດຕະການເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງຮີບດ່ວນ.
      ໃນນັ້ນ, ສຳລັບບັນດາທ້ອງຖິ່ນມີກໍລະນີ F1, F2 ຢູ່ອາໄສໃນບໍລິເວັນ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດຂອງແຂວງ, ນະຄອນ ພວມຮີບເຮັ່ງກວດກາ, ສ້າງບັນຊີລາຍຊື່ບັນດາກໍລະນີດັ່ງກ່າວເພື່ອເອົາຕົວຢ່າງມາວິໄຈ ແລະ ແຍກຕົວຕາມຂໍ້ກຳນົດ. ພິເສດ, ຢູ່ບັນດາແຂວງມີເສັ້ນຊາຍແດນ, ເພື່ອສະກັດກັ້ນເລື່ອງໂລກລະບາດແຜ່ລະບາດນັ້ນ, ອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາກຳລັງໃນບໍລິເວັນໄດ້ເພີ່ມທະວີການກວດກາ, ຄຸ້ມຄອງຊາຍແດນ, ສະກັດກັ້ນການເຂົ້າເມືອງຢ່າງຜິດກົດໝາຍຜ່ານທາງດິນຂ້າມຊາຍແດນຢ່າງຜິດກົດໝາຍ; ປັບໄໝລົງທົດບັນດາກໍລະນີເຂົ້າ-ອອກເມືອງຢ່າງຜິດກົດໝາຍ. ຫຼາຍທ້ອງຖິ່ນກໍ່ປະກາດໂທລະເລກເພີ່ມທະວີບັນດາມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ໃນນັ້ນຢຸດຕິບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ງານບຸນ, ກອງປະຊຸມ, ກອງປະຊຸມສຳມະນາ... ບັນດາເຫດການເຕົ້າໂຮມກວ່າ 30 ຄົນໂດຍຊົ່ວຄາວ; ຢຸດຕິການເຄື່ອນໄຫວສຳລັບບັນດາຮາກຖານດຳເນີນການບໍລິການທີ່ບໍ່ຈຳເປັນນັບແຕ່ວັນທີ 05 ພຶດສະພາ ເມື່ອມີແຈ້ງການຕໍ່ໄປ; ສ້າງຕັ້ງຄະນະລະຫວ່າງຂະແໜງກວດກາການນຳໃຊ້ຜູ້ອອກແຮງງານເປັນຊາວຕ່າງປະເທດ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາວິສາຫະກິດມີຜູ້ອອກແຮງງານເປັນຊາວຕ່າງປະເທດ…
      ທ່ານ ເລຈິ໊ແທັງ, ປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແຂວງ, ຖືວ່າ.
      “ຕ້ອງຍາດແຍ່ງເວລານີ້ເພື່ອຕ້ານໂລກລະບາດ, ບໍ່ປະໃຫ້ໂລກລະບາດແຜ່ຂະບາດອອກສູ່ວົງກວ້າງ. ຂະແໜງສາທາລະນະສຸກຕິດຕາມຢ່າງໃກ້ຊິດ ແລະ ຮີບເຮັ່ງກວດກາ, ເຂດໃດຕ້ອງປິດລ້ອມຕ້ອງປະຕິບັດໂດຍທັນທີ. ນອກນັ້ນ, ບັນຫາສຳຄັນແມ່ນການແຈ້ງອາການສຸຂະພາບ, ໃນນັ້ນພະນັກງານ, ພາລະກອນ, ລັດຖະກອນຕ້ອງເປັນແບບຢ່າງໃນການແຈ້ງອາການສຸຂະພາບ”.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top