• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາເຈົ້າຫນ້າທີ່ເສດຖະກິດອາຊຽນປຶກສາຫາລື, ກະກຽມໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48


ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:vov

      ໃນ​ວັນ​ທີ 01 ແລະ 02/8, ບັນ​ດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ດຳ​ເນີນກອງ​ປະ​ຊຸມ​ຈັດ​ກຽມ​ໃຫ້​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 48 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ ປະ​ເທດ​ລາວ ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ3/8. ທີ່ກອງ​ປະ​ຊຸມ, ບັນ​ດາ​ເຈົ້າ​ຫ​ນ້າ​ທີ​່​ເສດ​ຖະ​ກິດ ອາ​ຊຽນ ພິ​ຈ​າ​ລະ​ນາ​ແລກ​ປ່ຽນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ ຊື່ງ​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 48 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ. ພິ​ເສດ ແມ່ນ​ບົດ​ລາຍ​ງານ​ຂອງ​ເຈົ້າ​ຫນ້າ​ທີ່​ເສດ​ຖະ​ກິດ ອາ​ຊຽນ ທີ່ກອງ​ປະ​ຊຸມ​ສະ​ພາ​ເຂດ​ການ​ຄ້າ​ເສ​ລີ AFTA ຄັ້ງ​ທີ 30, ກອງ​ປະ​ຊຸມ​ສະ​ພາ​ລົງ​ທຶນ ອາ​ຊຽນ​ຄັ້ງ​ທີ 19, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 48, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕ​ີ​ເສດ​ຖະ​ກິດ ​ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ​ຫວຽດ​ນາມ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ຂອງ ແລະ ຍີ່​ປຸ່ນ ກໍ​ຄື​ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື. ນອກ​ຈາກ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ພາຍ​ໃນ​ກຸ່ມ, ທີ່ກອງ​ປະ​ຊຸມ​ຄັ້ງນີ້ ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ ຈະ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ລາຍ​ໃຫຍ່​ຄື: ຍີ່​ປຸ່ນ, ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ສ​ເກົາ​ຫລີ, ຈີນ, ລັດ​ເຊຍ, ອິນ​ເດຍ ແລະ ກາ​ນາ​ດາ ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
      ຕອນ​ບ່າຍ​ວັນ​ດຽວ​ກັນ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ເຈົ້າ​ຫ​ນ້າ​ທີ່​ເສດ​ຖະ​ກິດ ກຳ​ປູ​ເຈຍ - ມຽນ​ມາ - ລາວ -ຫວຽດ​ນາມ ໂດຍ​ມີ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ຫນ້າ 4 ປະ​ເທດ ແລະ ຄະ​ນະ​ເລ​ຂາ​ອາ​ຊຽນ ເພື່ອ​ຮັບ​ຮ​ອງ​ເອົາ​ບາງ​ເນື້ອ​ໃນ​ສຳ​ຄັນ​ໃນ​ນັ້ນ ມີ​ແຜນ​ການ​ພັດ​ທະ​ນາ ກຳ​ປູ​ເຈຍ - ມຽນ​ມາ - ລາວ -ຫວຽດ​ນາມ ໃນ​ປີລາວ​ເປັນ ປະ​ທານ​ອາ​ຊຽນ​ ເພື່ອ​ຕີ​ລາ​ຄາ​ການ​ສະ​ຫລຸບ​ການ​ປະ​ຕິ​ບັດ​ບັນ​ດາ​ວຽກ​ງານ​ໃນ​ປີ 2016.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top