ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງບົດບາດຂອງປະຕູຖານຂໍ້ມູນເອເລັກໂຕນິກ ລັດຖະບານ ແລະ ຢັ້ງຢືນວ່າ ບໍ່ພຽງແຕ່ໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງລັດຖະບານ, ກົງຈັກບໍລິຫານຂອງລັດເຖິງປະຊາຊົນ, ຜູ້ອ່ານຢູ່ຕ່າງປະເທດໄດ້ຢ່າງທັນການເທົ່ານັ້ນ, ຫາກປະຕູຖານຂໍ້ມູນເອເລັກໂຕນິກ ລັດຖະບານ ຍັງມີຄວາມຄືບໜ້າຢ່າງຈະແຈ້ງໃນການຮັບເອົາຄຳເຫັນກະທົບຕອບ, ຄຳປຶກສາ, ຄຳເຫັນປະກອບ, ຄຳລະດົມກຳລັງໃຈຂອງປະຊາຊົນ ແລະ ເພື່ອນມິດສາກົນອີກດ້ວຍ.
ທ່ານຮອງນາຍົກລັດຖະມົນຕີ ສະເໜີກະຊວງຖະແຫຼງຂ່າວ ແລະ ການສື່ສານ ສົມທົບກັບສະມາຄົມນັກຂ່າວ ຫວຽດນາມ, ບັນດາອົງການສື່ມວນຊົນ, ປະຕູຖານຂໍ້ມູນ, ເວັບໄຊ… ຕ້ອງສ້າງເປັນລະບົບທີ່ຄົບຊຸດໃນການຖະແຫຼງຂ່າວກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ພ້ອມທັງຮັບເອົາການເຂົ້າຮ່ວມ, ປະກອບຄຳເຫັນຂອງປະຊາຊົນ, ນຳເຂົ້າຖານຂໍ້ມູນເພື່ອໄຈ້ແຍກ, ເປັນພື້ນຖານເພື່ອດັດປັບນະໂຍບາຍ.
(ແຫຼ່ງຄັດຈາກ VOV)