• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາສະມາຊິກລັດຖະສະພາອາເມລິກາປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມແລະອາຊຽນ

      ການນຳຫວຽດນາມ ປາດຖະໜາຢາກພ້ອມກັບອຳນາດການປົກຄອງ ແລະ ສະພາແຫ່ງຊາດໃໝ່ຂອງອາເມລິກາ ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດກວ່າອີກ

      ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຟ້າມກວາງວິງ ຫາກໍ່ມີການພົບປະກັບບັນດາສະມາຊິກສະພາສູງ, ປະທານກຳມາທິການກຳລັງທະຫານສະພາສູງ, ສະມາຊິກສະພາຕ່ຳອາເມລິກາ; ປະທານຮ່ວມກຸ່ມອາຊຽນ ຢູ່ສະພາແຫ່ງຊາດອາເມລິກາ…
 
ບັນດາສະມາຊິກລັດຖະສະພາອາເມລິກາປາດຖະໜາຢາກຊຸກຍູ້ການພົວພັນ
ກັບຫວຽດນາມແລະອາຊຽນ
(ພາບ: Vietnam+)
      ທີ່ບັນດາການພົບປະກັບສະມາຊິກລັດຖະສະພາອາເມລິກາ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ແຈ້ງສານຂອງການນຳຫວຽດນາມ ປາດຖະໜາຢາກພ້ອມກັບອຳນາດການປົກຄອງ ແລະ ສະພາແຫ່ງຊາດໃໝ່ຂອງອາເມລິກາ ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດກວ່າອີກ, ຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນ. ທ່ານສະມາຊິກສະພາສູງ John McCain  ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງກວ່າອີກໃນທຸກດ້ານ, ນັບທັງທາງດ້ານການເມືອງ, ເສດຖະກິດ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ… ທ່ານນາງສະມາຊິກສະພາຕ່ຳ Murphy ໃຫ້ຮູ້ວ່າ, ໃນຖານະແມ່ນສະມາຊິກລັດຖະສະພາຍິງຊາວອາເມລິກາ ເຊື້ອຊາດຫວຽດນາມ ຄົນທຳອິດຢູ່ສະພາແຫ່ງຊາດສະຫະລັດ, ຈະເອົາໃຈໃສ່ທີ່ສຸດເຖິງການເຊື່ອມຈອດກັບປະຊາຄົມຊາວຫວຽດນາມ ປະຈຳອາເມລິກາ. ທ່ານນາງ Murphy ຢືນຢັນ ພ້ອມແລ້ວທີ່ຈະເຊື່ອມຕໍ່ບັນດາວິສາຫະກິດລັດ Florida ກັບບັນດາວິສາຫະກິດຫວຽດນາມ.
        ກ່ອນໜ້ານັ້ນ, ກ່າວຄຳເຫັນໃນການພົບປະກັບ 2 ທ່ານເຊິ່ງເປັນປະທານຮ່ວມກຸ່ມອາຊຽນ ຂອງສະພາແຫ່ງຊາດອາເມລິກາ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ຢືນຢັນວ່າ ຈະຕັ້ງໜ້າສົມທົບກັນ ແລະ ປະກອບສ່ວນເຂົ້າໃນວຽກງານຂອງກຸ່ມສະມາຊິກລັດຖະສະພາ, ໂດຍສະເພາະແມ່ນຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງເພື່ອແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ 40 ປີແຫ່ງການພົວພັນອາຊຽນ - ອາເມລິກາ ໃນປີ 2017.
 (ແຫຼ່ງຄັດຈາກ VOV)
 
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top