• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນຢູ່ຫວຽດນາມເປັນເຈົ້າການໃນການຍູ້ແຮງການສົ່ງເສີມດ້ານການຄ້າ

      ການເຄື່ອນໄຫວສົ່ງເສີມການຄ້າພວມໄດ້ຮັບການຍູ້ແຮງຈາກຫລາຍທ້ອງຖິ່ນ. ຢູ່ທາງທິດໃຕ້ພາກກາງຫວຽດນາມ, ແຂວງ ແຄງຮ່ວາ ຈະຈັດຕັ້ງຫລາຍລາຍການສົ່ງເສີມ, ດຶງດູດການລົງທຶນຈາກຕະຫລາດ ຍີ່ປຸ່ນ. 

 ນະຄອນ ຍາຈາງ ແຂວງ ແຄງຮວາ
      ຄາດວ່າ ແຕ່ວັນທີ 6-7 ຕຸລາ, ແຂວງ ແຄງຮ່ວາ ຈະຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນກັບບັນດາວິສາຫະກິດຍີ່ປຸ່ນ ເພື່ອແນະນຳໂດຍສັງເຂບກ່ຽວກັບສະພາບການຢູ່ແຂວງແຄງຮວ່າ, ພິເສດ ແມ່ນເຂດເສດຖະກິດ ເວີນຟອງ, ບັນດາເຂດອຸດສາຫະກຳ, ສະພາບແວດລ້ອມ ແລະ ການກຳນົດທິດດຶງດູດການລົງທຶນຂອງແຂວງ ໃນອະນາຄົດ, ສະເຫນີບັນດານະໂຍບາຍບຸລິມະສິດສະຫງວນໃຫ້ແກ່ວິສາຫະກິດຍີ່ປຸ່ນ ເມື່ອມາລົງທຶນຢູ່ແຂວງ. ທ່ານ ເລດືກວີງ, ປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາໃຫ້ຮູ້ວ່າ:
“ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ. ໃນຫລາຍປີຜ່ານມາ ແຂວງ ຍັງບໍ່ທັນດຶງດູດການລົງທຶນຕ່າງປະເທດຫລາຍ ສະນັ້ນ ປະຈຸບັນ ຕ້ອງປະຕິບັດແຕ່ລະບາດກ້າວ. ປີນີ້ ຈະເລີ່ມຕົ້ນການດຶງດູດການລົງທຶນ, ສົ່ງເສີມການລົງທຶນພາຍໃນປະເທດ ແລະ ຕ່າງປະເທດ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top