• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນຜັນຂະຫຍາຍຫຼາຍຮູບແບບໜູນຊ່ວຍນັກຮຽນເຂົ້າຮ່ວມບັ້ນສອບເສັງຈົບຊັ້ນມັດທະຍົມຕອນປາຍ

ຕອນເຊົ້າວັນທີ 28 ມິຖຸນາ, ມີນັກຮຽນກວ່າ 1,24 ລ້ານຄົນໃນທົ່ວປະເທດ ໄດ້ເລີ່ມເສັງວິຊາວັນນະຄະດີ - ວິຊາທຳອິດໃນບັ້ນສອບເສັງຈົບຊັ້ນມັດທະຍົມຕອນປາຍ 2023.
ຢູ່ ຮ່າໂນ້ຍ, ມີນັກອາສາສະໝັກນະຄອນຫຼວງເກືອບ 6.000 ຄົນໄດ້ເຂົ້າຮ່ວມການໜູນຊ່ວຍບັ້ນສອບເສັງ

ເພື່ອຮັບປະກັນໃຫ້ການເສັງດຳເນີນໄປໃຫ້ມີຄຸນນະພາບ, ປອດໄພ, ໃນຊຸມມື້ຜ່ານມາ, ຂະແໜງສຶກສາຂອງບັນດາທ້ອງຖິ່ນ ພ້ອມກັບຮາກຖານ, ຂະແໜງການທີ່ກ່ຽວຂ້ອງ ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍນັກຮຽນເຂົ້າຮ່ວມບັ້ນສອບເສັງ, ພິເສດແມ່ນຢູ່ບັນດາທ້ອງຖິ່ນເຂດພູດອຍ, ທາງໄປມາປະສົບກັບຄວາມຫຍຸ້ງຍາກ… ໃນການລົງໄປກວດກາພື້ນຖານດ້ານວັດຖຸໃຫ້ແກ່ບັ້ນສອບເສັງຢູ່ບາງທ້ອງຖິ່ນໂດຍກົງ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ, ຕັກເຕືອນວ່າ:

“ຕ້ອງມີບັນດາແຜນການກະກຽມໃນທຸກກໍລະນີ, ໂດຍສະເພາະແມ່ນໃນເງື່ອນໄຂເກີດໄພທຳມະຊາດ, ນ້ຳຖ້ວມ, ການປ່ຽນແປງຜິດປົກກະຕິຂອງດິນຟ້າອາກາດ ເຊິ່ງຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ສິ່ງທີ່ຕ້ອງເອົາໃຈໃສ່ຕື່ມອີກແມ່ນ ວຽກງານໜູນຊ່ວຍໃຫ້ນັກຮຽນພິເສດຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ, ຕ້ອງເພີ່ມທະວີມາດຕະການໜູນຊ່ວຍນັກຮຽນ ໃຫ້ມາເຕົ້າໂຮມຢູ່ບັນດາເຂດເພື່ອສາມາດເຂົ້າຮ່ວມການເສັງໃຫ້ເປັນຢ່າງດີທີ່ສຸດ”.

ສ່ວນຢູ່ ຮ່າໂນ້ຍ, ມີນັກອາສາສະໝັກນະຄອນຫຼວງເກືອບ 6.000 ຄົນໄດ້ເຂົ້າຮ່ວມການໜູນຊ່ວຍບັ້ນສອບເສັງໃຫ້ນັກຮຽນກວ່າ 102.000 ຄົນ ແລະ ຍາດຕິພີນ້ອງຂອງນັກຮຽນຢູ່ສະຖານທີ່ຈັດການເສັງ 189 ແຫ່ງ.

 

(ແຫຼ່ງຄັດຈາກ VOV)

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.

Top