• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາງານບຸນໃນລະດູບານໃໝ່ດຶງດູດປະຊາຊົນເປັນຈຳນວນຫຼາຍ

      ໃນໂອກາດບຸນເຕັດປີຈໍ 2018, ມີຜູ້ຢ້ຽມຢາມ ວັນມ໋ຽວ - ກ໋ອກຕືຢາມ (ມະຫາວິທະຍາໄລແຫ່ງທຳອິດຂອງຫວຽດນາມ) 10 ໝື່ນກວ່າເທື່ອຄົນ.

(ບັນດາງານບຸນໃນລະດູບານໃໝ່ດຶງດູດປະຊາຊົນເປັນຈຳນວນຫຼາຍ)
      ຕາມທ່ານ ເລຊວນກ່ຽວ, ຫົວໜ້າສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນມ໋ຽວ - ກ໋ອກຕືຢາມ, ຮ່າໂນ້ຍ ແລ້ວ, ນັບແຕ່ວັນທີ 1 ບຸນເຕັດ (16 ກຸມພາ), ຈຳນວນນັກທ່ອງທ່ຽວມາຢ້ຽມຢາມຢ່າງຫຼວງຫຼາຍ ແລະ ພິເສດແມ່ນເພີ່ມຂຶ້ນສູງໃນວັນທີ 02 ຂອງບຸນເຕັດ.
        ໃນຂະນະນັ້ນ, ຢູ່ນະຄອນໂຮ່ຈິມິນ, ຖະໜົນດອກໄມ້ ຫງວຽນເຫ້ວ ລະດູບານໃໝ່ປີຈໍ 2018 ຢູ່ນະຄອນໂຮ່ຈິມິນ ໄດ້ອັດລົງໃນວັນທີ 19 ກຸມພາ (ກົງກັບວັນທີ 4 ເດືອນຈ່ຽງໄລ່ຕາມຈັນທະປະຕິທິນ). ພາຍຫຼັງເຄື່ອນໄຫວເປັນເວລາ 7 ວັນ, ສະຖານທີ່ນີ້ໄດ້ດຶງດູດນັກທ່ອງທ່ຽວກວ່າ 1 ລ້ານເທື່ອຄົນ.
        ແລະກໍ່ໃນຕອນຄ່ຳວັນທີ 19 ກຸມພາ, ຢູ່ເຂດປູຊະນີຍະສະຖານວັດທະນະທຳ - ທັດສະນີຍະພາບ ແລະ ເຂດທ່ອງທ່ຽວພູ ບ່າແດນ (ແຂວງໄຕນິງ) ໄດ້ດຳເນີນພິທີໄຂງານບຸນລະດູບານໃໝ່ພູ ບ່າແດນ ປີຈໍ 2018, ດ້ວຍຫົວຂໍ້ວ່າ “ໄຕນິງ ລະດູບານໃໝ່ແຫ່ງຄວາມຫວັງ”. ກ່ອນໜ້ານັ້ນ 4 ວັນ, ຢູ່ເຂດພູບ່າແດນ ໄດ້ຕ້ອນຮັບຜູ້ໄປນະມັດສະການ, ຢ້ຽມຊົມ, ທ່ອງທ່ຽວເກືອບ 400.000 ເທື່ອຄົນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top