• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຂີດໝາຍໃໝ່ໃນການຮ່ວມມືລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ລາວ

      ສອງປະເທດ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາການປະກອບຄຳເຫັນ, ຂໍ້ສະເໜີ ແລະ ຄວາມປາດຖະໜາຂອງສອງຝ່າຍ ກ່ຽວກັບເລື່ອງເພີ່ມທະວີການໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ

ການໂອ້ລົມສົນທະນາລະຫວ່າງ ສູນກາງຄະນະຊາວໜຸ່ມສອງປະເທດ
(ພາບ: Thu Hang)
      ຕອນບ່າຍວັນທີ 15 ພຶດສະພາ, ທີ່ຮ່າໂນ້ຍ ໄດ້ດຳເນີນການໂອ້ລົມສົນທະນາລະຫວ່າງ ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ເລກັວກຟອງ ແລະ ທ່ານເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ອາລຸນໄຊ ສູນນະລາດ. ທີ່ການໂອ້ລົມສົນທະນາ, ສູນກາງຄະນະຊາວໜຸ່ມສອງປະເທດ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາການປະກອບຄຳເຫັນ, ຂໍ້ສະເໜີ ແລະ ຄວາມປາດຖະໜາຂອງສອງຝ່າຍ ກ່ຽວກັບເລື່ອງເພີ່ມທະວີການໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ; ການແລກປ່ຽນ, ຮ່ວມມື, ແບ່ງປັນບົດຮຽນລະຫວ່າງບັນດາອົງການສື່ມວນຊົນຂອງສອງປະເທດໃນວຽກງານໂຄສະນາເຜີຍແຜ່; ການປ່ຽນແປງ, ຍົກສູງຄຸນນະພາບບັນດາໂຄງການບຳລຸງ, ຝຶກອົບຮົມພະນັກງານໜຸ່ມ; ເພີ່ມທະວີບັນດາການເຄື່ອນໄຫວມິດຕະພາບທີ່ເປັນມູນເຊື້ອລະຫວ່າງບັນດາແຂວງ, ນະຄອນ ທີ່ຕິດກັບຊາຍແດນ ໄດ້ມີການພົວພັນແຮກສ່ຽວຢ່າງຍາວນານ. ສອງຝ່າຍກໍຫວັງວ່າ ນອກຈາກການຮັກສາບັນດາການເຄື່ອນໄຫວທີ່ເປັນມູນເຊື້ອແລ້ວ, ການເຄື່ອນໄຫວຂອງຊາວໜຸ່ມສອງປະເທດຈະມີບັນດາແນວຄວາມຄິດ, ການເຄື່ອນໄຫວ ແລະ ຂີດໝາຍໃໝ່ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງຊາວໜຸ່ມຫວຽດນາມ - ລາວ ກວ່າອີກ, ປະຕິບັດສຳເລັດໜ້າທີ່ ໂດຍພັກ, ລັດຂອງສອງປະເທດໄດ້ມອບໝາຍໃຫ້; ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງຊາວໜຸ່ມ, ກໍຄືຄວາມຄາດຫວັງຂອງປະຊາຊົນສອງປະເທດ.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top