• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ

      ຕອນເຊົ້າວັນທີ 17 ພຶດສະພາ, ທີ່ຫໍປະຊຸມກອງບັນຊາການທະຫານເຂດ 4 ແຂວງ ເງະອານ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຈັດຕັ້ງລາຍການພົບປະສັງສັນ
 ການເຄື່ອນໄຫວສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (ພາບ: ຫວຽດນາມ+)
      ເຊີດຊູ 127 ຄົນທີ່ເປັນແບບຢ່າງກ້າວໜ້າທົ່ວກອງທັບໃນການປະຕິບັນບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສ່ວນຄວາມເກັ່ງກ້າສາມາດ, ສົມເປັນທະຫານລຸງໂຮ່”. ກ່າວຄຳເຫັນນະທີ່ນີ້ ພົນເອກ ໂງຊວນລີ້ກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ:
        ຄວນນຳບັ້ນຂົນຂວາຍພັດທະນາຂຶ້ນສູ່ບາດກ້າວໃໝ່ ກ້ວາງຂວາງໃນທົ່ວກົມກອງ, ໃນທົ່ວກອງທັບ ປະກອບສ່ວນສ້າງກອງທັບເຂັ້ມແຂງທາງດ້ານການເມືອງ, ສົມເປັນໜຶ່ງໃນບັນດາກົມກອງແຖວໜ້າ ໃນການຮ່ຳຮຽນປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ. ປ່ຽນໃໝ່ເນື້ອໃນ, ມາດຕະການຢ່າງບໍ່ຢຸດຢັ້ງ. ເສີມຂະຫຍາຍບົດບາດບັນດາພາຫະນະສື່ມວນຊົນເປັນຢ່າງດີ ຍູ້ແຮງບັນດາການເຄື່ອນໄຫວໂຄສະນາ, ປະດິດແຕ່ງ ແນໃສ່ເຮັດໃຫ້ບັ້ນຂົນຂວາຍເສີມຂະຫຍາຍປະສິດທິຜົນເຂົ້າສູ່ພຶດຕິກຳຕົວຈິງ”.
        ແລະກໍ່ໃນຕອນເຊົ້າວັນທີ 17 ພຶດສະພາ, ທີ່ນະຄອນ ໂຮ່ຈີມິນ, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ນະຄອນຈັດຕັ້ງພິທີໄຂງານວາງສະແດງ “ປະທານ ໂຮ່ຈີມິນ ຍືນຍົງຄົງຕົວໃນຈິດໃຈຊາວ ຫວຽດນາມ ຕະຫລອດໄປ”
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top