• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັດເລືອກຕັ້ງທີ່ນຳມາເຊິ່ງຄວາມເຊື່ອໝັ້ນຈາກເຂດໄຫຼ່ທະວີບທາງພາກໃຕ້

ໃນການເດີນທະເລ, ໜ່ວຍເລືອກຕັ້ງກ່ອນກຳນົດເວລາ ໄດ້ເລືອກເອົາກຳປັ່ນ ເຈື່ອງຊາ ເລກ 04 ເປັນສູນຈັດການເລືອກຕັ້ງໃຫ້ແກ່ຜູ້ມີສິດເລືອກຕັ້ງຢູ່ບັນດາກຳປັ່ນປະຈຳການ ແລະ ຊາວປະມົງທີ່ພວມເຄື່ອນໄຫວຢູ່ທະເລ.

 

ກຳລັງທີ່ພວມປະຕິບັດໜ້າທີ່ຢູ່ທະເລປະຕິບັດພັນທະພົນລະເມືອງຂອງຕົນ (ພາບ: ທະຫານເຮືອເຂດ 2)

 ໃນຊຸມມື້ນີ້, ຖ້າຫາກວ່າຢູ່ເຂດດິນຕໍ່ແຜ່ນໃນທົ່ວທຸກແຫ່ງ ພວມຫ້າງຫາກະກຽມໃຫ້ວັນເລືອກຕັ້ງສະພາແຫ່ງຊາດຊຸດທີ 16 ແລະ ສະພາປະຊາຊົນທຸກຂັ້ນນັ້ນ, ມີຫຼາຍສະຖານທີ່ປ່ອນບັດແມ່ນພິເສດທີ່ສຸດ ນັ້ນແມ່ນຢູ່ເທິງກຳປັ່ນ ເພື່ອໃຫ້ບັນດາກຳລັງທີ່ພວມປະຕິບັດໜ້າທີ່ຢູ່ທະເລ ຫຼື ພວມເດີນທະເລພ້ອມກັບຊາວປະມົງໄປຂຸດຄົ້ນສິນທະເລປະຕິບັດພັນທະພົນລະເມືອງຂອງຕົນ.

        ໃນການເດີນທະເລ, ໜ່ວຍເລືອກຕັ້ງກ່ອນກຳນົດເວລາ ໄດ້ເລືອກເອົາກຳປັ່ນ ເຈື່ອງຊາ ເລກ 04 ເປັນສູນຈັດການເລືອກຕັ້ງໃຫ້ແກ່ຜູ້ມີສິດເລືອກຕັ້ງຢູ່ບັນດາກຳປັ່ນປະຈຳການ ແລະ ຊາວປະມົງທີ່ພວມເຄື່ອນໄຫວຢູ່ທະເລ. ທ່ານຮ້ອຍໂທ ຟານຊີ້ທ້ຽນ, ພະນັກງານການເມືອງກຳປັ່ນ ເຈື່ອງຊາ ເລກ 04, ກອງກຳປັ່ນເລກ 1, ກອງພົນນ້ອຍ 125, ທະຫານເຮືອເຂດ 2, ໃຫ້ຮູ້ວ່າ:

        “ພະນັກງານ, ນັກຮົບຂອງກຳປັ່ນໄດ້ຊາບຊຶມໜ້າທີ່ຢ່າງເຂັ້ມງວດ, ກະກຽມຫ້ອງເລືອກຕັ້ງຢ່າງຄົບຖ້ວນ, ເນື້ອໃນໂຄສະນາ, ປ້າຍຄຳຂວັນຕາມການແນະນຳ; ຕັດສິນໃຈປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ”.

 

(ພະນັກງານ, ພາລະກອນກວດກາການປະມົງ, ຕຳຫຼວດທະເລ ທີ່ພວມປະຕິບັດໜ້າທີ່ຢູ່ເຂດຊາຍແດນທະເລປ່ອນບັດເລືອກຕັ້ງ)

 ສ່ວນຢູ່ນະຄອນ ໂຮ່ຈີມິນ, ໂດຍຂ້າມໄປນັບຮ້ອຍໄມທະເລໃນເງື່ອນໄຂຄື້ນໃຫຍ່ ລົມແຮງ, ໜ່ວຍເລືອກຕັ້ງເລກທີ 10 (ຕາແສງ ເຟືອກທັງ, ນະຄອນ ໂຮ່ຈີມິນ) ໄດ້ນຳເອົາຫີບປ່ອນບັດມາສູ່ພະນັກງານ, ພາລະກອນກວດກາການປະມົງ, ຕຳຫຼວດທະເລ ທີ່ພວມປະຕິບັດໜ້າທີ່ຢູ່ເຂດຊາຍແດນທະເລ. ພາຍຫຼັງ 7 ມື້ຂອງການເດີນທາງ, ວຽກງານເລືອກຕັ້ງກ່ອນກຳນົດເວລາຢູ່ທະເລໄດ້ປະຕິບັດສຳເລັດ, ຮັບປະກັນສິດທິຂອງພົນລະເມືອງຢູ່ແນວໜ້າຢ່າງຄົບຖ້ວນ.

 

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top