ຂ່າວສານ
ນຳວິສາຫະກິດເອກະຊົນກາຍເປັນກຳລັງໜູນສຳຄັນທີ່ສຸດໃນການພັດທະນາເສດຖະກິດຂອງປະເທດຊາດ
ກ່າວຄຳເຫັນນະທີ່ນີ້, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ສະເໜີໃຫ້ຮັບຮູ້ບັນດາຮົ້ວກີດຂວາງ, ຈຸດອຸດຕັນກ່ຽວກັບລະບອບລະບຽບການ, ກົດໝາຍເພື່ອສະເໜີມາດຕະການແກ້ໄຂໃຫ້ແກ່ເສດຖະກິດເອກະຊົນຢ່າງທັນການ; ສົ່ງເສີມ, ສ້າງເງື່ອນໄຂ, ແຮງບັນດານໃຈ, ນຳວິສາຫະກິດເອກະຊົນກາຍເປັນກຳລັງໜູນສຳຄັນທີ່ສຸດໃຫ້ແກ່ການພັດທະນາເສດຖະກິດຂອງປະເທດ.
“ພວກເຮົາຕ້ອງສ້າງບັນຍາກາດ , ຄວາມເຊື່ອໝັ້ນ, ສ້າງຂະບວນການ, ປຸກລະດົມການເຂົ້າຮ່ວມຂອງປະຊາຊົນ, ວິສາຫະກິດ. ຢາກປຸກລະດົມປະຊາຊົນ, ວິສາຫະກິດໃຫ້ໄດ້ນັ້ນ ກົງຈັກການຈັດຕັ້ງຕ້ອງກຽມພ້ອມຈັດຕັ້ງປະຕິບັດດ້ວຍຄວາມຕັດສິນໃຈສູງ, ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ, ມີການກະທຳຢ່າງຂ້ຽວຂາດ, ເຮັດວຽກໃດໃຫ້ສຳເລັດວຽກນັ້ນ ແລະ ເຮັດຢ່າງມີຈຸດສຸມ. ເຮັດແນວໃດເພື່ອສ້າງການຫັນປ່ຽນ, ຂະບວນການ, ທ່າອ່ຽງ ແລະ ສຸດທ້າຍແມ່ນການປະກອບສ່ວນຢ່າງມີປະສິດທິຜົນຂອງວິສາຫະກິດເຂົ້າໃນການພັດທະນາພືິ້ນຖານເສດຖະກິດ”.
ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດໄດ້ເຂົ້າເຖິງແຫຼ່ງຊັບພະຍາກອນ, ແຮ່ທາດ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນ…