• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ວັນ​ບຸນ​ໄຫວ້​ພະ​ຈັນ​ທີ່​ມີ​ຄວາມ​ໝາຍ​ມາ​ໃຫ້​ເດັກ​ນ້ອຍ​ເຂດ​ພູ​ສູງ

ຕອນຄ່ຳ​ວັນ​ທີ 20 ກັນ​ຍາ, ຢູ່​ຕາ​ແສງ​ຊາຍ​ແດນ ເມື່ອງ​ລາດ, ແຂວງ​ ແທັງ​ຮ​ວາ, ກອງ​ບັນ​ຊາ​ການທະ​ຫານ​ຊາຍ​ແດນ​ໄດ້​ປະ​ສາ​ນ​ສົມ​ທົມ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ​ແທັງ​ຮ​ວາ ຈັດ​​ລາຍການ “ຊາຍ​ແດນ - ວັນ​ບຸນ​ໄຫວ້​ພະ​ຈັນ” ປີ 2026. ທ່ານ ເລ​ຕຽນ​ເຈົາ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ.
 
  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ຕຽນ​ເຈົ້າ​ມອບ​ຂອງ​ຂວັນ​ໃຫ້​ແກ່​ພວກ​ນ້ອງໆ​ນັກ​ຮຽນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ມອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ຮຽນ​ດີ​ເດັ່ນ (ພາບ: VNA)  
ຕອນຄ່ຳ​ວັນ​ທີ 20 ກັນ​ຍາ, ຢູ່​ຕາ​ແສງ​ຊາຍ​ແດນ ເມື່ອງ​ລາດ, ແຂວງ​ ແທັງ​ຮ​ວາ, ກອງ​ບັນ​ຊາ​ການທະ​ຫານ​ຊາຍ​ແດນ​ໄດ້​ປະ​ສາ​ນ​ສົມ​ທົມ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ​ແທັງ​ຮ​ວາ ຈັດ​​ລາຍການ “ຊາຍ​ແດນ - ວັນ​ບຸນ​ໄຫວ້​ພະ​ຈັນ” ປີ 2026. ທ່ານ ເລ​ຕຽນ​ເຈົາ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ.

ທີ່ລາຍ​ການ​ລວມ​ມີ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຕີ​ກອງວັນ​ບຸນ - ​ຟ້ອນ​ສິງ​ໂຕ”, ສ້າງ​ບັນ​ຍາ​ກາດອັນ​ຟົດ​ຟື້ນ​ຢູ່​ເຂດ​ຊາຍ​ແດນ​ແຫ່ງ​ຊາດ, ບັນ​ດາ​ບົດ​ເພງ​ກ່ຽວ​ກັບ​ວັນ​ບຸນ​ໄຫວ້​ພະ​ຈັນ, ເດັກ​ນ້ອຍ ແລະ ປະ​ທານ​ໂຮ່​ຈີ​ມິນ, ພ້ອມ​ກັບ​ບັນ​ດາ​ລາຍ​ການ​ສະ​ແດງມາຍາກົນ, ການແບ່ງກັນກິນເຂົ້າໝົມ ແລະ ໝາກໄມ້ໃນ​ວັນ​ບຸນ, ແຫ່​ຄົມ​ໄຟ ນຳ​ມາ​ເຊິ່ງ​ບັນ​ຍາກາດຫຼິ້ນ​ວັນ​ບຸນ​ໄຫວ້​ພະ​ຈັນ​ທີ່​ຄືກ​ຄື້ນ​ມ່ວນ​ຊື່ນ​ໃຫ້​ແກ່​ເດັກ​ນ້ອຍ​ເຂດ​ພູ​ສູງ. ໃນ​ໂອ​ກາດ​ນີ້, ທ່ານ ເລ​ຕຽນ​ເຈົາ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ມອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ພວກ​ນ້ອງ​ນັ​ກ​ຮຽນ​ຕາງ​ໜ້າ​ໃຫ້​ແກ່​ບັນ​ດາ​ນ້ອງໆ​ທີ່ມີ​ຜົນ​ການຮຽນດີ, ຂຶ້ນ​ກັບ​ໂຄງ​ການ “ຊວ່ຍ​ນ້ອງໄປ​ໂຮງ​ຮຽນ - ລູກ​ລ້ຽ​ງ​ປ້ອມ​ຊາຍ​ແດນ” ແລະ ໂຄງ​ການ “ພະ​ນັກ​ງານ, ນັກ​ຮົບ ແລະ ທະ​ຫານ​ຊ່ວຍ​ນ້ອງໄປ​ໂຮງ​ຮຽນ”.

ສ່ວນ​ຢູ່​ແຂວງ ​ລາວ​ກາຍ, ໃນ​ວັນ​ທີ 19 – 20 ກັນ​ຍາ, ບັນ​ດາ​ກົມ​ກອງ​ທະ​ຫານ​ຊາຍ​ແດນ​ແຂວງ ໄດ້​ປະ​ສານ​ສົມ​ທົບກັບ​ບັນ​ດາ​ອົງ​ການ​ຂອງ​ທ້ອງ​ຖິ່ນ ຈັດ​ລາຍ​ການ “ຊາຍ​ແດນ - ຄ່ຳ​ຄືນ​ວັນ​​ເດືອນເພັງ” ປີ 2026 ຢູ່​ຕາ​ແສງ ອາ​ໝູ​ຊຸງ ແລະ ຕາ​ແສງ ສີ​ມາ​ກາຍ, ໄດ້ມອບ​ບັນ​ດາຂອງ​ຂວັນ​ໃຫ້​ແກ່​ພວກ​ນ້ອງ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກ​ພິ​ເສດ, ມອບ​ຂອງ​ຂວັນວັນ​ບຸນໄຫວ້ພະຈັນໃຫ້​ພວກ​ນ້ອງ​ນ້ອຍ​, ​ສົມ​ທົບ​ການມອບ​ຂອງ​ຂວັນ​ໃຫ້​ແກ່ 100 ​ຄອບ​ຄົວ​ທີ່ປະ​ສົບ​ກັນ​ຄວາມ​ຫຍຸ້ງ​ຍາກ, ຄອບ​ຄົວ​ທຸກ​ຍາກ​ໃນ​ບໍ​ລິ​ເວນ​ຕາ​ແສງ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top