ຂ່າວສານ
ນຳການຮ່ວມມືລັດຖະສະພາກາຍເປັນເສົ້າຄ້ຳສຳຄັນຂອງການພົວພັນ ຫວຽດນາມ-ອາຟຼິກກາໃຕ້
ຕອນເຊົ້າວັນທີ 24 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ Matamela Cyril Ramaphosa, ປະທານາທິບໍດີ ສ.ອາຟຼິກກາໃຕ້ ທີ່ພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.
ທີ່ການພົບປະສົນທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບ ອາຟຼິກກາໃຕ້, ນຳການພົວພັນຮ່ວມມືລັດຖະສະພາ ກາຍເປັນເສົາຄ້ຳສຳຄັນ, ແກ່ນສານຂອງການພົວພັນສອງຝ່າຍ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນລັດຖະສະພາ ແລະ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດໂດຍໄວ.
ສ່ວນທ່ານປະທານາທິບໍດີ ອາຟຼິກກາໃຕ້ Matamela Cyril Ramaphosa, ຖືວ່າ ເລື່ອງຊຸກຍູ້ການຮ່ວມມືລັດຖະສະພາແມ່ນປັດໄຈສຳຄັນເພື່ອແບ່ງປັນບົດຮຽນປະສົບການ ແລະ ປະກອບສ່ວນສ້າງລັດແຫ່ງກົດໝາຍຢູ່ແຕ່ລະປະເທດ ພ້ອມທັງຢືນຢັນຄວາມຕັດສິນໃຈຂອງລັດຖະບານ ອາຟຼິກກາໃຕ້ ໃນການເພີ່ມທະວີການຮ່ວມມືສອງຝ່າຍ, ໃນນັ້ນ ມີການຮ່ວມມືລະຫວ່າງບັນດາອົງການລັດຖະສະພາ, ສົມກັບການພົວພັນດ້ານການເມືອງອັນດີງາມ ແລະ ທີ່ຕັ້ງຂອງສອງປະເທດ.







