ຂ່າວສານ

ນຳ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ກາຍ​ເປັນ​ເສົ້າ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ ຫວຽດ​ນາມ-ອາ​ຟ​ຼິກ​ກາ​ໃຕ້

ສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບ ອາຟຼິກກາໃຕ້...
(ພາບ:VOV)

 ຕອນເຊົ້າວັນທີ 24 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ Matamela Cyril Ramaphosa, ປະທານາທິບໍດີ ສ.ອາຟຼິກກາໃຕ້ ທີ່ພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

    ທີ່ການພົບປະສົນທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບ ອາຟຼິກກາໃຕ້, ນຳການພົວພັນຮ່ວມມືລັດຖະສະພາ ກາຍເປັນເສົາຄ້ຳສຳຄັນ, ແກ່ນສານຂອງການພົວພັນສອງຝ່າຍ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນລັດຖະສະພາ ແລະ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດໂດຍໄວ.

   ສ່ວນທ່ານປະທານາທິບໍດີ  ອາຟຼິກກາໃຕ້ Matamela Cyril Ramaphosa, ຖືວ່າ ເລື່ອງຊຸກຍູ້ການຮ່ວມມືລັດຖະສະພາແມ່ນປັດໄຈສຳຄັນເພື່ອແບ່ງປັນບົດຮຽນປະສົບການ ແລະ ປະກອບສ່ວນສ້າງລັດແຫ່ງກົດໝາຍຢູ່ແຕ່ລະປະເທດ ພ້ອມທັງຢືນຢັນຄວາມຕັດສິນໃຈຂອງລັດຖະບານ ອາຟຼິກກາໃຕ້ ໃນການເພີ່ມທະວີການຮ່ວມມືສອງຝ່າຍ, ໃນນັ້ນ ມີການຮ່ວມມືລະຫວ່າງບັນດາອົງການລັດຖະສະພາ, ສົມກັບການພົວພັນດ້ານການເມືອງອັນດີງາມ ແລະ ທີ່ຕັ້ງຂອງສອງປະເທດ.


top