• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນກ້າວເຂົ້າສູ່ໄລຍະພັດທະນາໃໝ່ ແລະ ມີປະສິດທິຜົນກວ່າ

      ໃນລະຫວ່າງວັນທີ 11 – 12 ມິຖຸນາ 2018 ຢູ່ໂຕກຽວ, ປະເທດຍີ່ປຸ່ນ ໄດ້ດໍາເນີນກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີຄັ້ງທີ 24. ເຂົ້າຮ່ວມກອງປະຊຸມມີການນຳຂັ້ນສູງ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງບັນດາປະເທດ ແລະ ຜູ້ແທນຈາກບັນດາອົງການຈັດຕັ້ງຢູ່ພາກພື້ນ ແລະ ສາກົນ, ວົງການນັກຮຽນຮູ້, ວິສາຫະກິດຍີ່ປຸ່ນ ແລະ ສາກົນ ຈຳນວນ 500 ທ່ານ.

 ທ່ານ ເຈືອງຮວ່າບິງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VOV)
      ທ່ານ ເຈືອງຮວ່າບິງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ແມ່ນແຂກໄດ້ຮັບກຽດຖືກເຊີນ ເຂົ້າຮ່ວມກອງປະຊຸມປີນີ້ ແລະ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມ. ດ້ວຍຫົວຂໍ້ວ່າ “ຮັກສາອາຊີເປີດອົກເປີດໃຈ - ວິທີການຮັບປະກັນຄວາມວັດທະນາຖາວອນ ແລະ ໝັ້ນຄົງ”, ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາທ່າອ່ຽງ, ປັດໃຈຕ່າງໆ ທີ່ສ້າງຜົນສະທ້ອນສຳຄັນເຖິງການພັດທະນາຂອງອາຊີ.
        ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ເຂົ້າຮ່ວມກອງປະຊຸມອະນາຄົດຂອງອາຊີຄັ້ງທີ 24, ວັນທີ 11 ມິຖຸນາ 2018, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮວ່າບິງ  ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ພົບປະກັບທ່ານ ປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori. ທີ່ການເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ Shinzo Abe, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາຢ່າງແຮງໃນທຸກດ້ານຂອງການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງ ລະຫວ່າງຫວຽດນາມ - ຍີ່ປຸ່ນ; ພ້ອມທັງສະເໜີໃຫ້ສອງປະເທດ ຈົ່ງສົມທົບກັນຢ່າງແໜ້ນແຟ້ນຢູ່ກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ທີ່ຈະໄດ້ຈັດຂຶ້ນໃນເດືອນ ກັນຍາ 2018 ຈະມາເຖິງຢູ່ຫວຽດນາມ ແລະ ກອງປະຊຸມຂັ້ນສູງ ຍີ່ປຸ່ນ - ແມ່ນ້ຳຂອງ ໃນເດືອນທັນວາ 2018 ຢູ່ຍີ່ປຸ່ນ.
        ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຢັ້ງຢືນວ່າ ການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນຂອງທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງ (29/5 – 02/6/2018) ແມ່ນການເຄື່ອນໄຫວທີ່ມີຄວາມໝາຍໃນປີສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ສະເໜີໃຫ້ສອງຝ່າຍ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມດັ່ງກ່າວ, ນຳການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມີປະສິດທິຜົນ ແລະແທດຈິງກວ່າໃນທຸກຂົງເຂດ. ທ່ານ ປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ກໍໄດ້ຢັ້ງຢືນເຖິງການຖືເປັນສຳຄັນການເພີ່ມທະວີການພົວພັນຮ່ວມມື ແລະ ສະໜັບສະໜູນຫວຽດນາມພັດທະນາເສດຖະກິດ, ສັງຄົມ ໃຫ້ຫຼາຍກວ່າອີກ, ພິເສດແມ່ນໃນບັນດາຂົງເຂດປະຕິຮູບການປົກຄອງ, ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ. ທ່ານ Oshima Tadamori ສະແດງຄວາມວິຕົກກັງວົນສຳລັບສະພາບການຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້ ແລະ ມີຄວາມປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ໂດຍອີງໃສ່ກົດໝາຍສາກົນຢູ່ທະເລຕາເວັນອອກ.
 (ແຫຼ່ງຄັດຈາກ VOV)

            

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top