• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຕົກ​ລົງສະ​ໜອງ​ເງິນໃນ​ເບື້ອງ​ຕົ້ນ​ເປັນ​ຈຳ​ນວນ 500 ຕື້​ດົງ​ເພື່ອ​ໜູນ​ຊ່ວຍ​ດ່ວນໃຫ້​ແກ່​ບັນ​ດາ​ແຂວງ​ຢູ່​ພາກ​ກາງ​

ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງສະໜອງເງິນໃນເບື້ອງຕົນ 500 ຕື້ດົ່ງຈາກແຫຼ່ງທຶນສຳຮອງຂອງງົບປະມານສູນກາງປີ 2020 ເພີ່ມເຕີມງົບປະມານໃຊ້ຈ່າຍ ໃຫ້ແກ່ 5 ແຂວງພາກກາງ ເພື່ອປະຕິບັດໜ້າທີ່ ກູ້ໄພກູ້ຊີບ, ນະໂຍບາຍການໜູນຊ່ວຍສັງຄົມ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຕາມລະບອບ, ນະໂຍບາຍແຫ່ງລັດ.

ນາຍົກລັດຖະມົນຕີ ຕົກລົງສະໜອງເງິນໃນເບື້ອງຕົ້ນເປັນຈຳນວນ 500 ຕື້ດົງເພື່ອໜູນຊ່ວຍດ່ວນໃຫ້ແກ່ບັນດາແຂວງຢູ່ພາກກາງ (ພາບ: TTXVN) 

ບັນດາແຂວງໄດ້ຮັບການເພີ່ມເຕີມງົບປະມານໃຊ້ຈ່າຍລວມມີ: ກ໋ວາງບິ່ງ 100 ຕື້ດົ່ງ, ກ໋ວາງຈິ 100 ຕື້ດົ່ງ, ເທື່ອທຽນ - ເຫ້ວ 100 ຕື້ດົ່ງ, ກ໋ວາງນາມ 100 ຕື້ດົ່ງ, ຮ່າຕິງ 100 ຕື້ດົ່ງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ ອີງໃສ່ສະພາບການຕົວຈິງຂອງແຕ່ລະທ້ອງຖິ່ນ, ມີ ຄວາມຮັບຜິດຊອບໃນການນຳໃຊ້ແຫຼ່ງງົບປະມານສູນກາງໜູຍຊ່ວຍ, ເປັນເຈົ້າການໃນການນຳໃຊ້ງົບປະມານທ້ອງຖິ່ນ ແລະ ບັນດາແຫຼ່ງງົບປະມານຢ່າງຖືກຕ້ອງຕາມກົດໝາຍຕ່າງໆ ເພື່ອປະຕິບັດໜ້າທີ່ກູ້ໄພກູ້ຊີບ, ນະໂຍບາຍໜູນຊ່ວຍສັງຄົມ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດໄດ້ຢ່າງທັນການ.
(ແຫຼ່ງຄັດຈາກ VOV)

ອາເມລິກາ ຜ່ອນຜັນຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງ ອິຣານ ຢູ່ທະເລໂດຍຊົ່ວຄາວ

ອາເມລິກາ ຜ່ອນຜັນຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງ ອິຣານ ຢູ່ທະເລໂດຍຊົ່ວຄາວ

ເຕເຮຣານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ກຳປັ່ນ ຍີ່ປຸ່ນ ໄປຜ່ານຊ່ອງແຄບທະເລ Hormuz.

Top