ຂ່າວສານ
ນາຍົກລັດຖະມົນຕີ ໃຫ້ຄຳໝັ້ນສັນຍາ 3 ຮັບປະກັນ ກັບປະຊາຄົມວິສາຫະກິດ ແລະ ນັກລົງທຶນຍີ່ປຸ່ນ
ຕອນບ່າຍວັນທີ 28 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນີ ຍີ່ປຸ່ນ Ishiba Shigeru ໄດ້ເຂົ້າຮ່ວມເວທີປາໄສ ຫວຽດນາມ - ຍີ່ປຸ່ນ ກ່ຽວກັບການຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີຍຸດທະສາດ, ເຕັກໂນໂລຢີສູງ, ການຫັນເປັນສີຂຽວ ແລະ ເຄິ່ງຊັກນຳໄຟຟ້າ.
ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ການປະກອບສ່ວນຢ່າງແທ້ຈິງ , ມີປະສິດທິຜົນຂອງບັນດາວິສາຫະກິດຍີ່ປຸ່ນ ຕໍ່ການພັດທະນາຂອງ ຫວຽດນາມ. ໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ບັນດາຂົງເຂດຄື: ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີສູງ, ນະວັດຕະກຳ, ພະລັງງານສະອາດ ແລະ ເສດຖະກິດສີຂຽວແມ່ນຂໍ້ກຸນແຈໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ:
ຍີ່ປຸ່ນສືບຕໍ່ຮ່ວມເດີນທາງ ແລະ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ຜ່ານບັນດາໂຄກງານຮ່ວມມືພັດທະນາ ລຸ້ນໃໝ່, ເປັນຕົ້ນແມ່ນບັນດາຂົງເຂດຫຼັກແຫຼ່ງ. ຍູ້ແຮງການຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດຖ່າຍທອດເຕັກໂນໂລຢີ, ຫັນເປັນສີຂຽວ, ການເງິນສີຂຽວ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ສູນການເງິນສາກົນ.