ຂ່າວສານ
ນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງສ້າງແຜນຮ່າງລະບອບບຸລິມະສິດໃຫ້ແກ່ຜູ້ມີຄວາມເກັ່ງກ້າສາມາດໜຸ່ມ
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນບັນດາຜົນງານດີເດັ່ນຂອງພວກນ້ອງໆນັກຮຽນ ແລະ ທາງໂຮງຮຽນ, ທ່ານເນັ້ນໜັ້ກວ່າບັນດາໝາກຜົນດັ່ງກ່າວໄດ້ປະກອບສ່ວນເສີມຂະຫຍາຍມູນເຊື້ອຢາກຮ່ຳຢາກຮຽນ, ຢັ້ງຢືນຄູນທາດ, ພູມປັນຍາຂອງຊາວຫວຽດນາມ, ສ້າງກຳລັງໜູນ, ສົ່ງແຫຼ່ງບັນດານໃຈຢ່າງແຮງໃນທົ່ວສັງຄົມ. ທ່ານໃຫ້ຮູ້ວ່າ:
ສ້າງກົນໄກ, ນະໂຍບາຍບຸກທະລຸ, ບຸລິມະສິດ, ໜູນຊ່ວຍຄ່າຮຽນ, ສະໜອງທຶນການສຶກສາ ໃຫ້ແກ່ບັນດານັກຮຽນມີຄວາມເກັ່ງກ້າສາມາດ, ທົດລອງການຮຽນເຊຶ່ອນຂັ້ນ, ເລື່ອນຫ້ອງ…ສຸມໃສ່ພັດທະນາບັນດາຮາກຖານການສຶກສາທົ່ວໄປ ແລະ ປະລິນຍາຕີ ອາດຈະມີ ທ່າແຮງກາຍເປັນແກ່ນສານໃນບັນດາເຄືອຂ່າຍບຳລຸງສ້າງດີເດັ່ນ ແລະ ມີຄວາມສາມາດໃນບັນດາວິຊາຫຼັກແຫຼ່ງ ແລະ ຂົງເຂດເຕັກໂນໂລຢີບຸລິມະສິດຈຳນວນໜຶ່ງ.







