ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຕ້ອງ​ສ້າງ​ແຜນ​ຮ່າງ​ລະ​ບອບ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໜຸ່ມ

ຕອນເຊົ້າວັນທີ 26 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານການພົບປະ, ເຊີດຊູບັນດານັກຮຽນຍາດໄດ້ລາງວັນຢູ່ບັນດາການສອບເສັງສາກົນ ປີ 2025.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານການພົບປະ, ເຊີດຊູບັນດານັກຮຽນຍາດໄດ້ລາງວັນຢູ່ບັນດາການສອບເສັງສາກົນ ປີ 2025

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນບັນດາຜົນງານດີເດັ່ນຂອງພວກນ້ອງໆນັກຮຽນ ແລະ ທາງໂຮງຮຽນ, ທ່ານເນັ້ນໜັ້ກວ່າບັນດາໝາກຜົນດັ່ງກ່າວໄດ້ປະກອບສ່ວນເສີມຂະຫຍາຍມູນເຊື້ອຢາກຮ່ຳຢາກຮຽນ, ຢັ້ງຢືນຄູນທາດ, ພູມປັນຍາຂອງຊາວຫວຽດນາມ, ສ້າງກຳລັງໜູນ, ສົ່ງແຫຼ່ງບັນດານໃຈຢ່າງແຮງໃນທົ່ວສັງຄົມ. ທ່ານໃຫ້ຮູ້ວ່າ: 

ສ້າງກົນໄກ, ນະໂຍບາຍບຸກທະລຸ, ບຸລິມະສິດ, ໜູນຊ່ວຍຄ່າຮຽນ, ສະໜອງທຶນການສຶກສາ ໃຫ້ແກ່ບັນດານັກຮຽນມີຄວາມເກັ່ງກ້າສາມາດ, ທົດລອງການຮຽນເຊຶ່ອນຂັ້ນ, ເລື່ອນຫ້ອງ…ສຸມໃສ່ພັດທະນາບັນດາຮາກຖານການສຶກສາທົ່ວໄປ ແລະ ປະລິນຍາຕີ ອາດຈະມີ ທ່າແຮງກາຍເປັນແກ່ນສານໃນບັນດາເຄືອຂ່າຍບຳລຸງສ້າງດີເດັ່ນ ແລະ ມີຄວາມສາມາດໃນບັນດາວິຊາຫຼັກແຫຼ່ງ ແລະ ຂົງເຂດເຕັກໂນໂລຢີບຸລິມະສິດຈຳນວນໜຶ່ງ.


top