• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນ​ຄັ້ງ​ທຳ​ອິດ​ວົງ​ເງິນ​ການ​ນຳ​ເຂົ້າ​ສົ່ງ​ອອກ ຫວຽດ​ນາມ ບັນ​ລຸ​ລະ​ດັບ 900 ຕື້ USD

ຕາມນັ້ນແລ້ວ, ຄາດວ່າທັງປີ 2025, ຍອດວົງເງິນການນຳເຂົ້າສົ່ງອອກຂອງ ຫວຽດນາມບັນລຸປະມານ 920 ຕື້ USD, ເພີ່ມຂຶ້ນ 16,9%ເມື່ອທຽບໃສ່ປີ 2024.
ພິທີຢັ້ງຢືນເຫດການຍອດວົງເງິນການຄ້ານຳເຂົ້າສົ່ງອອກຂອງ ຫວຽດນາມ ເປັນຄັ້ງທຳອິດທີ່ບັນລຸໄດ້ລະດັບ 900 ຕື້ USD (ພາບ: bnews.vnanet.vn)

ຕອນບ່າຍວັນທີ 25 ທັນວາ, ກົມພາສີອາກອນໄດ້ຈັດພິທີຢັ້ງຢືນເຫດການຍອດວົງເງິນການຄ້ານຳເຂົ້າສົ່ງອອກຂອງ ຫວຽດນາມ ເປັນຄັ້ງທຳອິດທີ່ບັນລຸໄດ້ລະດັບ 900 ຕື້ USD. ນີ້ແມ່ນລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ໄດ້ສ້າງເປັນຂີດໝາຍສຳຄັນຂອງພື້ນຖານເສດຖະກິດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.

ຕາມນັ້ນແລ້ວ, ຄາດວ່າທັງປີ 2025, ຍອດວົງເງິນການນຳເຂົ້າສົ່ງອອກຂອງ ຫວຽດນາມບັນລຸປະມານ 920 ຕື້ USD, ເພີ່ມຂຶ້ນ 16,9%ເມື່ອທຽບໃສ່ປີ 2024. ໝາກຜົນນີ້ໄດ້ນຳຫວຽດນາມເຂົ້າກຸ່ມ 25 ພື້ນຖານເສດຖະກິດທີ່ມີວົງເງິນການສົ່ງອອກນຳເຂົ້າໃຫຍ່ທີ່ສຸດໃນໂລກ. ພ້ອມກັນນັ້ນ, ຕາມກົມພາສີອາກອນ, ໝາກຜົນນີ້ສືບຕໍ່ຢັ້ງຢືນ ຫວຽດນາມ ແມ່ນພື້ນຖານເສດຖະກິດມີລະດັບການເປີດໃຫຍ່, ມີການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແມ່ນຈຸດພົ້ນເດັ່ນໃນການຄ້າພາກພື້ນ ແລະ ທົ່ວໂລກ.

ກ່ອນຈະບັນລຸລະດັບ 900 ຕື້ USD, ການເຄື່ອນໄຫວນຳເຂົ້າສົ່ງອອກຂອງ ຫວຽດນາມ ໄດ້ບັນລຸບັນດາລະດັບສຳຄັນຢ່າງຕໍ່ເນື່ອງ: 100 ຕື້ USD ໃນປີ 2007 (ເມື່ອເຂົ້າເປັນສະມາຊິກອົງການການຄ້າໂລກ - WTO), 200 ຕື້ USD ໃນປີ 2011, 300 ຕື້ USD ໃນປີ 2015, 400 ຕື້ USD ໃນປີ 2017, 500 ຕື້ USD ໃນປີ 2019, 700 ຕື້ USD ໃນປີ 2022. ຕາມ WTO ແລ້ວ, ປັດຈຸບັນ ຫວຽດນາມ ຢືນຢູ່ອັນດັບທີ 21 ກ່ຽວກັບການສົ່ງອອກ ແລະ ອັນດັບທີ 20 ກ່ຽວກັບການນຳເຂົ້າທົ່ວໂລກ, ຫຍັບຂຶ້ນ 11 ຂັ້ນ ແລະ 12 ຂັ້ນຕາມລຳດັບເມື່ອທຽບໃສ່ກັບ 10 ປີກ່ອນນີ້.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ບັນດາເອກະສານ, ພາບຖ່າຍ, ວັດຖຸອຸປະກອນທີ່ເກັບຮັກສາຢ່າງລະມັດລະວັງ ໄດ້ວາດພາບຄືນວິວັດການກຳເນີດ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ ຢ່າງມີຊີວິດຊີວາ.

Top