ຕອນຄ່ຳວັນທີ 10 ສິງຫາ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ຈັດກອງປະຊຸມຖະແຫຼງຂ່າວ, ໃນສະພາບການລັດຖະບານປະເທດນີ້ປະສົບກັບການຕຳໜິຕິຕຽນ ຈາກທົ່ວປະເທດ ແລະ ສາກົນກ່ຽວຂ້ອງເຖິງການຕັດສິນຂອງຄະນະລັດຖະບານກ່ຽວກັບຄວາມໝັ້ນຄົງວ່າດ້ວຍການເປີດກວ້າງບັ້ນການທະຫານຂອງກຳລັງປ້ອງກັນ ອິດສະລາແອັນ (IDF) ຢູ່ນະຄອນ ກາຊາ. ທີ່ກອງປະຊຸມຖະແຫຼງຂ່າວກັບສື່ມວນຊົນສາກົນ ຢູ່ນະຄອນ Jerusalem, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນແຜນການໃໝ່ຢູ່ນະຄອນ ກາຊາ ໂດຍ ຄະນະລັດຖະບານກ່ຽວກັບຄວາມໝັ້ນຄົງຫາກໍ່ໃຫ້ສັດຕະຍາບັນ ແມ່ນ “ເສັ້ນທາງທີ່ດີທີ່ສຸດ ແລະ ໄວທີ່ສຸດເພື່ອສິ້ນສຸດການປະທະກັນ” ກັບຂະບວນການ ອິດສະລາມ Hamas.