ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ລາ​ແອັນ ປະ​ກາດ​ແຜນ​ການ​ພາຍຫຼັງ​ສົງ​ຄາມ​ຢູ່​ເຂດກ​າ​ຊາ

ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນແຜນການໃໝ່ຢູ່ນະຄອນ ກາຊາ ໂດຍ ຄະນະລັດຖະບານກ່ຽວກັບຄວາມໝັ້ນຄົງຫາກໍ່ໃຫ້ສັດຕະຍາບັນ ແມ່ນ “ເສັ້ນທາງທີ່ດີທີ່ສຸດ ແລະ ໄວທີ່ສຸດເພື່ອສິ້ນສຸດການປະທະກັນ” ກັບຂະບວນການ ອິດສະລາມ Hamas
ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ (ພາບ: ABIR SULTAN/Pool qua REUTERS)
ຕອນຄ່ຳວັນທີ 10 ສິງຫາ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ຈັດກອງປະຊຸມຖະແຫຼງຂ່າວ, ໃນສະພາບການລັດຖະບານປະເທດນີ້ປະສົບກັບການຕຳໜິຕິຕຽນ ຈາກທົ່ວປະເທດ ແລະ ສາກົນກ່ຽວຂ້ອງເຖິງການຕັດສິນຂອງຄະນະລັດຖະບານກ່ຽວກັບຄວາມໝັ້ນຄົງວ່າດ້ວຍການເປີດກວ້າງບັ້ນການທະຫານຂອງກຳລັງປ້ອງກັນ ອິດສະລາແອັນ (IDF) ຢູ່ນະຄອນ ກາຊາ. ທີ່ກອງປະຊຸມຖະແຫຼງຂ່າວກັບສື່ມວນຊົນສາກົນ ຢູ່ນະຄອນ Jerusalem, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນແຜນການໃໝ່ຢູ່ນະຄອນ ກາຊາ ໂດຍ ຄະນະລັດຖະບານກ່ຽວກັບຄວາມໝັ້ນຄົງຫາກໍ່ໃຫ້ສັດຕະຍາບັນ ແມ່ນ “ເສັ້ນທາງທີ່ດີທີ່ສຸດ ແລະ ໄວທີ່ສຸດເພື່ອສິ້ນສຸດການປະທະກັນ” ກັບຂະບວນການ ອິດສະລາມ Hamas.

top