ນະທີ່ນີ້, ທ່ານ ເຈິ່ນກົງຄາ, ປະທານສະພາບໍລິຫານງານ ກຸ່ມບໍລິສັດອຸດສາຫະກຳ ຢາງພາລາ ຫວຽດນາມ ປາດຖະໜາວ່າ ທ່ານນາຍົກລັດຖະມົນຕີ ລາວ ສະໜັບສະໜູນແຜນນະໂຍບາຍຂອງທາງກຸ່ມບໍລິສັດ VRG ກ່ຽວກັບການເປີດກວ້າງເນື້ອທີ່ປູກຢາງພາລາ ຢູ່ ລາວ.
ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ການລົງທຶນເປີດກວ້າງເນື້ອທີ່ປູກຢາງພາລາ ຢູ່ ລາວ ຂອງ VRG ຄວນຕິດພັນກັບຜົນປະໂຫຍດຂອງປະຊາຊົນ ລາວ ຄືດັ່ງຮູບແບບຮ່ວມສຳພັນເພື່ອນຳໃຊ້ເນື້ອທີ່ດິນຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ກໍສະເໜີວ່າ VRG ຈະພິຈາລະນາການລົງທຶນໃນບັນດາຂົງເຂດຄືເຂດອຸດສາຫະກຳ, ພະລັງງານ... ໃນໄລຍະຈະມາເຖິງ ເພື່ອເພີ່ມມູນຄ່າວິສາຫະກິດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ.