• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ແອັດ​ໂຕ​ນີ ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຢູ່ ຫວຽດ​ນາມ​

ຫວຽດນາມ ຈະສ້າງເງື່ອນໄຂສະດວກ, ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍເພື່ອໃຫ້ບັນດາກຸ່ມບໍລິສັດ, ນັກລົງທຶນຕ່າງປະເທດ, ໃນນັ້ນມີ ແອັດໂຕນີ, ລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຍືນຍົງ, ສອດຄ່ອງກັບກົດໝາຍຢູ່ ຫວຽດນາມ, ດ້ວຍທັດສະນະຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ; ສະເໜີໃຫ້ບັນດາວິສາຫະກິດປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ແອັດໂຕນີ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Jevgeni Kabanov, ການນຳກຸ່ມບໍລິສັດ Bolt (ພາບ: Dương Giang/TTXVN)
ໃນຂອບເຂດຢ້ຽມຢາມ ສ. ແອັດໂຕນີ ຢ່າງເປັນທາງການ, ຕອນບ່າຍວັນທີ 6 ມິຖຸນາ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບບາງກຸ່ມບໍລິສັດໃຫຍ່ຂອງ ແອັດໂຕນີ. ໃນການເຮັດວຽກຄັ້ງຕ່າງໆ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກ, ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍເພື່ອໃຫ້ບັນດາກຸ່ມບໍລິສັດ, ນັກລົງທຶນຕ່າງປະເທດ, ໃນນັ້ນມີ ແອັດໂຕນີ, ລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຍືນຍົງ, ສອດຄ່ອງກັບກົດໝາຍຢູ່ ຫວຽດນາມ, ດ້ວຍທັດສະນະຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ; ສະເໜີໃຫ້ບັນດາວິສາຫະກິດປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ແອັດໂຕນີ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ Carlo Lustrissimi, ຜູ້ອຳນວຍການໃຫຍ່ທັງເປັນຜູ້ກໍ່ຕັ້ງບໍລິສັດ 5.0 Robotics (ພາບ: Dương Giang/TTXVN)

ໃນການຕ້ອນຮັບບັນດາການນຳກຸ່ມບໍລິສັດ Bolt, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ກຸ່ມບໍລິສັດຄົ້ນຄວ້າພັດທະນາຮູບແບບເຫັນເປັນດີຈີຕອນເພື່ອຄຸ້ມຄອງບໍລິຫານ; ແບ່ງປັນບົດຮຽນປະສົບການບໍລິຫານ, ຄຸ້ມຄອງໃຫ້ບັນດາອົງການຄຸ້ມຄອງລັດ, ວິສາຫະກິດ ຫວຽດນາມ ແນໃສ່ການຮ່ວມມື ແລະ ພັດທະນາແບບຍືນຍົງ.

ໃນການເຮັດວຽກກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ການນຳບໍລິສັດ 5.0 Robotics, ທ່ານ Carlo Lustrissimi, ຜູ້ອຳນວຍການໃຫຍ່ທັງເປັນຜູ້ກໍ່ຕັ້ງ ແລະ ທ່ານນາງ Ilaria Perla, ຜູ້ອຳນວຍການດຳເນີນທຸລະກິດຂອງບໍລິສັດ, ໄດ້ສະແດງຄວາມປາດຖະໜາຢາກຮ່ວມມືລົງທຶນຢູ່ ຫວຽດນາມ, ສຸມໃສ່ບັນດາຂົງເຂດການຜະລິດອັດສະລະຍະ, ຫັນເປັນອຸດສາຫະກຳອັດຕະໂນມັດ ແລະ ຍົກສູງທັດສະດີຈີຕອນ. ທາງບໍລິສັດກໍສະເໜີຜັນຂະຫຍາຍໂຄງການກ່ຽວກັບຫຸ່ນຍົນ ແລະ ເຄື່ອງຈັກ CNC ໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ, ພ້ອມທັງໜູນຊ່ວຍບຳລຸງສ້າງຍົກສູງທັກສະບັນຊາຫຸ່ນຍົນອີກດ້ວຍ.

ກໍໃນຂອບເຂດການຢ້ຽມຢາມດັ່ງກ່າວ, ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ແອັດໂຕນີ Margus Tsahkna. ນະທີ່ນີ້, ລັດຖະມົນຕີການຕ່າງປະເທດສອງທ່ານເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ພ້ອມທັງເນັ້ນໜັກວ່າ ຈະຜັນຂະຫຍາຍກົນໄກທີ່ປຶກສາດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ ໂດຍໄວ, ເຈລະຈານະໂຍບາຍ ແລະ ຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ມຸ່ງໄປເຖິງການສ້າງພື້ນຖານການທູດດີຈີຕອນທັນສະໄໝ.

(ແຫຼ່ງຄັດຈາກ VOV)

ECB ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ECB ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ປັດຈຸບັນ ໄພເງິນເຟີ້ ໃນ Eurozone ໄດ້ຮັບການຄວບຄຸມພາຍຫຼັງການເພີ່ມຂຶ້ນຢ່າງແຮງຍ້ອນພະຍາດໂຄວິດ - 19, ບັນລຸ 1,9%ໃນເດືອນພຶດສະພາ 2025.

Top