ປະຈຸບັນ, ມີ 147 ໃນຈຳນວນ 193 ປະເທດສະມາຊິກຂອງສະຫະປະຊາຊາດໄດ້ຮັບຮູ້ລັດ ປາແລັດສະຕິນ ຢ່າງເປັນທາງການ.
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres (ພາບ: clip Arabnews)
ວັນທີ 05 ມິຖຸນາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ເນັ້ນໜັກວ່າ, ປະຊາຄົມສາກົນຕ້ອງມີພັນທະເຮັດທຸກສິ່ງທຸກຢ່າງໃນຄວາມສາມາດຂອງຕົນ ເພື່ອເດີນຕາມມາດຕະການ 2 ລັດ ໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ, ກໍຄືສ້າງບັນດາເງື່ອນໄຂເພື່ອຫັນສິ່ງດັ່ງກ່າວໃຫ້ປະກົດຜົນເປັນຈິງ. ທ່ານເນັ້ນໜັກວ່າ, ບໍ່ອາດຍອມຮັບມາດຕະການປ່ຽນແທນກັບເລື່ອງຊາວ ປາແລັດສະຕິນ ຖືກເນລະເທດ ຫຼື ຊາວ ປາແລັດສະຕິນ ຈະຕ້ອງດຳລົງຊີວີດໃນຜືນແຜ່ນດິນຂອງເຂົາເຈົ້າແຕ່ບໍ່ມີສິດຫຍັງ.
ຄາດວ່າ, ກອງປະຊຸມສຸດຍອດໂດຍ ຊະອຸດີ ອາຣີເບຍ ແລະ ຝລັ່ງ ເປັນເຈົ້າພາບຮ່ວມຈະຈັດຂຶ້ນແຕ່ວັນທີ 17 – 20 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ ແນໃສ່ຊຸກຍູ້ເລື່ອງຮັບຮອງເອົາບັນດາມາດຕະການລະອຽດ ເພື່ອບັນລຸເປົ້າໝາຍປະຕິບັດມາດຕະການ 2 ລັດ. ປະຈຸບັນ, ມີ 147 ໃນຈຳນວນ 193 ປະເທດສະມາຊິກຂອງສະຫະປະຊາຊາດໄດ້ຮັບຮູ້ລັດ ປາແລັດສະຕິນ ຢ່າງເປັນທາງການ.
(ແຫຼ່ງຄັດຈາກ VOV)