• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ມະ​ຫາ​ສະ​ໝຸດ ສ​ປ​ຊ ຄັ້ງ​ທີ 3: ຄວາມ​ມຸ່ງ​ຫວັງ​ສ້າງ​ບາດ​ລ້ຽວ​ໃນ​ການ​ປົກ​ປ້ອງ​ທະ​ເລ

ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC3), ຈະຖືກຈັດຂຶ້ນແຕ່ວັນທີ 9-13 ມິຖຸນາ ຢູ່ນະຄອນ Nice, ທາງພາກໃຕ້ປະເທດ ຝະລັ່ງ. ກອງປະຊຸມເພື່ອແນໃສ່ບັນລຸໄດ້ຄວາມເຫັນດີເຫັນພ້ອມທົ່ວໂລກ ແລະ ລະດົມແຫຼ່ງເງິນອຸປະຖຳໃຫ້ແກ່ວຽກງານອະນຸລັກຮັກສາທະເລ, ໃນສະພາບການທີ່ຫຼາຍປະເທດ ຍັງມີຄວາມບໍ່ລົງລອຍກັນກ່ຽວກັບການຂຸດຄົ້ນທະເລເລິກ, ຂີ້ເຫຍື້ອປລາສະຕິກ ແລະ ການຈັບຫາປາເກີນກຳນົດ.
(ກອງປະຊູມມະຫາສະໝຸດຢູ່ ລິດສະບອນ, ປອກຕູການ ວັນທີ 01/7/2022. ພາບປະກອບ: REUTERS/Rodrigo Antunes)

ຄາດວ່າ ປະເທດເຈົ້າພາບ ຝະລັ່ງ ຈະຕ້ອນຮັບການນຳຂອງປະມານ 70 ປະເທດ ແລະ ລັດຖະບານ ຢູ່ Nice. ກອງປະຊຸມໄດ້ເຕົ້າໂຮມບັນດາການນຳວິສາຫະກິດ, ນັກອຸປະຖຳສາກົນ ແລະ ບັນດານັກເຄື່ອນໄຫວສິ່ງແວດລ້ອມທະເລ.

 ຄວາມສຳຄັນໃນການຮ່ວມມືສາກົນເພື່ອອະນຸລັກຮັກສາມະຫາສະໝຸດ

ຄາດວ່າ, ມູນຄ່າດ້ານເສດຖະກິດຂອງມະຫາສະໝຸດຈະລື່ນກາຍຕົວເລກ 3.000 ຕື້ USD ໃນປີ 2030, ນຳມະຫາສະໝຸດກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ. ປິ 2022, ກອບຊີວະນາໆພັນທົ່ວໂລກ ຄຸນໝິງ-Montreal ໄດ້ຮັບການຮັບຮອງເອົາ ຊື່ງໄດ້ວາງອອກເປົ້າໝາຍຮອດປີ 2030, ຈະໄດ້ຟື້ນຟູ ແລະ ອະນຸລັກຮັກສາຢ່າງໜ້ອຍສຸດ 30% ເນື້ອທີ່ດິນ ແລະ ທະເລຂອງໜ່ວຍໂລກ. ປີ 2023, ສົນທິສັນຍາວ່າດ້ວຍທະເລໄດ້ຮັບການສ້າງຂຶ້ນຢ່າງເປັນທາງການ, ອັນໄດ້ສ້າງບາດລ້ຽວທີ່ມີຄວາມໝາຍຫຼັກແຫຼ່ງ ໃນການປົກປ້ອງບັນດາລະບົບຊີວະພາບທະເລ. ທ່ານນາງ Minna Epps, ຫົວໜ້າກຸ່ມມະຫາສະໝຸດຂອງສະຫະພັນອະນຸລັກຮັກສາທຳມະຊາດສາກົນ (IUCN),  ຖືວ່າ:

ສົນທິສັນຍາວ່າດ້ວຍທະເລໄດ້ກຳນົດມະຫາສະໝຸດປະມານ 64%. ແຕ່ລະປະເທດມີເຂດເສຖະກິດພິເສດກ້ວາງປະມານ 200 ໄມທະເລ, ດັ່ງນັ້ນ, ທຸກຢ່າງຢູ່ນອກເຂດດັ່ງກ່າວ ລ້ວນແຕ່ຖືກຖືວ່າແມ່ນທະເລ. ປະຈຸບັນ, ມະຫາສະໝຸດພວມຖືກນາບຂູ່ໃຫ່ຍທີ່ສຸດຈາກມົນລະພິດຢາງປລາສະຕິກ ແລະ ການຈັບຫາປາຫຼາຍເກີນກຳນົດ ກໍ່ຄືການກະທົບຂອງການປ່ຽນແປງຂອງດິນຟ້າອາກາດ… ດັ່ງນັ້ນ, ພວກເຮົາຕ້ອງຊຸກຍູ້ການກະທຳ, ຍົກສູງບົດບາດສຳຄັນຂອງມະຫາສະໝຸດໃນການຫລຸດຜ່ອນໃນລະດັບຕ່ຳສຸດ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ແຕ່ເຖິງແນວນັ້ນກໍ່ຕາມ, ຈາກຄຳໝັ້ນສັນຍາ ຮອດການກະທຳແມ່ນເສັ້ນທາງທີ່ຍາວໄກ. ບັນດາການຄົ້ນຄ້ວາຫວ່າງມໍ່ໆມານີ້ ໄດ້ກ່າວເຕືອນເປົ້າໝາຍທົ່ວໂລກ ກ່ຽວກັບການນຳ 30% ເນື້ອທີ່ມະຫາສະໝຸດ ກາຍເປັນເຂດໄດ້ຮັບການອະນຸລັກຮັກສາໃນປິ 2030, ຕາມເນື້ອໃນຈິດໃຈຂອງກອບຊີວະນາໆພັນ ຄຸນໝິງ-Montreal 2022 ພວມກາຍເປັນບອບບາງຍິ່ງກ່ວາເວລາໃດໝົດ, ຂະນະທີ່ເນື້ອທີ່ມະຫາສະໝຸດ ກາຍເປັນເຂດໄດ້ຮັບການອະນຸລັກຮັກສາກວມເອົາພຽງ 2.7% ເທົ່ານັ້ນ.

ຫຼາຍຄວາມມຸ່ງຫວັງຮັບຮອງເອົາ UNOC 3

ດັ່ງນັ້ນ, ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC3) ທີ່ຈະຖືກຈັດຂຶ້ນຢູ່ນະຄອນ Nice, ປະເທດ ຝະລັ່ງ ໄດ້ຮັບຄວາມມຸ່ງຫວັງວ່າຈະສ້າງບາດລ້ຽວໃນການຊຸກຍູ້ການກະທຳ ແລະ ໄດ້ລະດົມທຸກຝ່າຍທີ່ກ່ຽວຂ້ອງ ເພື່ອອະນຸລັກຮັກສາ ແລະ ນຳໃຊ້ມະຫາສະໝຸດແບບຍືນຍົງ.

ປະເທດເຈົ້າພາບ ຝະລັ່ງ ໄດ້ວາງເປົ້າໝາຍບັນລຸໄດ້ຄົບ 60 ປະເທດໃຫ້ສັດຕະຍາບັນສັນຍາຕາມຂໍ້ກຳນົດ ເພື່ອໃຫ້ເອກະສານນິຕິກຳສະບັບນີ້ ມີຜົນສັກສິດຢ່າງເປັນທາງການຢູ່ກອງປະຊຸມຄັ້ງນີ້. ທ່ານ Olivier Poivre d'Arvor, ທູດພິເສດມະຫາສະໝຸດຂອງ ຝະລັ່ງ ໃຫ້ຮູ້ວ່າ:

ສິ່ງທີ່ພວກຂ້າພະເຈົ້າລໍຄອ ນັ້ນແມ່ນກອງປະຊຸມບັນລຸໄດ້ບັນດາໝາກຜົນທີ່ເໝາະສົມ, ຂ້າພະເຈົ້າເຄີຍເຂົ້າຮ່ວມກອງປະຊຸມມະຫາສະໝຸດສີຂຽວຄັ້ງຕ່າງໆ, ຫຼາຍຄຳໝັ້ນສັນຍາໄດ້ຍົກອອກມາໂດຍມີມູນຄ່ານັບຕື້ USD ຖືກຖືວ່າຈະກູ້ເອົາມະຫາສະໝຸດ ແຕ່ໃນຕົວຈິງ ມະຫາສະໝຸດຍັງປະສົບກັບຄວາມອັນຕະລາຍ, ດັ່ງນັ້ນ, ພວກເຮົາຕ້ອງມມີການກະທຳເພື່ອບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງກ່ຽວກັບມະຫາສະໝຸດ.

ໃນຂະນະນັ້ນ, ທເວທີປາໄສເສດຖະກິດສີຂຽວ ແລະ ການເງິນ ໂດຍ ໂມນາໂກ ຈັດຂຶ້ນ ໄດ້ໃຫ້ຄຳໝັ້ນໝາຍ ຈະດຶງດູດບັນດາປະມຸກລັດ ແລະ ລັດຖະບານ, ວິສາຫະກິດ, ການເງິນ ແລະ ສັງຄົມພົນລະເຮືອນ, ລົງທຶນເຂົ້າພື້ນຖານເສດຖະກິດສີຂຽວ ແລະ ການຂົນສົ່ງທະເລແບບຍືນຍົງ, ພ້ອມທັງສະເໜີບັນດາເຄື່ອງມືດ້ານການເງິນສີຂຽວຢ່າງມີຫົວຄິດປະດິດສ້າງ. ທ່ານ Olivier Wenden, ຮອງປະທານ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງ ເຈົ້າຟ້າຊາຍ Albert II ຂອງ ໂມນາໂກ ຢືນຢັນວ່າ:

ພວກເຮົາບໍ່ຢາກໃຫ້ເວທີປາໄສພຽງແຕ່ແມ່ນການພົບປະ ຫຼືກອງປະຊຸມທຳມະດາເທົ່ານັ້ນ, ຫາກນີ້ຈະແມ່ນການພົບປະໂດຍກົງລະຫວ່າງບັນດາວິສາຫະກິດ, ບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອສ້າງການປ່ຽນແປງກ່ຽວກັບພື້ນຖານເສດຖະກິດສີຂຽວຍືນຍົງໃໝ່. ພວກເຮົາພ້ອມກັນຊອກຫາບັນດາມາດຕະການ, ຊຸກຍູ້ການປະດິດຄິດສ້າງ ເພື່ອສ້າງວຽກເຮັດງານທຳ, ສ້າງການທຳມາຫາກິນ, ກະທົບຢ່າງຕັ້ງໜ້າຕໍ່ລະບົບຊີວະພາບທະເລ, ລະດົມແຫຼ່ງການເງິນເພື່ອປົກປ້ອງສຸຂະພາບມະຫາສະໝຸດ.

Costa Rica, ປະເທດເປັນປະທານຮ່ວມກອງປະຊຸມພ້ອມກັບ ຝະລັ່ງ ມີຄວາມມຸ່ງຫວັງວ່າ ກອງປະຊຸມຈະສາມາດລະດົມໄດ້ 100 ຕື້ USD ຈາກບັນດາຄຳໝັ້ນສັນຍາພາກລັດ ແລະ ເອກະຊົນ ໄປພ້ອມບັນດາການກຳນົດເວລາ, ງົບປະມານ ແລະ ກົນໄກຕິດຕາມກວດກາຢ່າງຈະແຈ້ງ. ກອງປະຊຸມ UNOC3, ດ້ວຍຖະແຫຼງການ Nice ຄາດວ່າຈະໄດ້ຮັບການຮັບຮອງເອົານັ້ນ, ໄດ້ສ້າງຄວາມມຸ່ງຫວັງ ຈະເປີດອອກກົນໄກລະດົມແຫຼ່ງເງິນອຸປະຖຳ ໃຫ້ແກ່ວຽກງານອະນຸລັກຮັກສາທະເລ, ຊຸກຍູ້ການກະທຳທົ່ວໂລກລະອຽດ ເພື່ອປົກປ້ອງມະຫາສະໝຸດແບບຍົນຍົງ./.

(ແຫຼ່ງຄັດຈາກ VOV)

ECB ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ECB ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ປັດຈຸບັນ ໄພເງິນເຟີ້ ໃນ Eurozone ໄດ້ຮັບການຄວບຄຸມພາຍຫຼັງການເພີ່ມຂຶ້ນຢ່າງແຮງຍ້ອນພະຍາດໂຄວິດ - 19, ບັນລຸ 1,9%ໃນເດືອນພຶດສະພາ 2025.

Top