ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ, ມອບຂອງຂວັນປີໃໝ່ໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ກຳມະກອນຜູ້ອອກແຮງງານຢູ່ແຂວງ ແທັງຮວ໊າ
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ແທັງຮວ໊າ ໃຫ້ບຸລິມະສິດແຫຼ່ງກຳລັງສຸມໃສ່ສ້າງໂຮງຮຽນສາມັນກິນນອນລະຫວ່າງຊັ້ນມັດທະຍົມຕອນຕົ້ນ ແລະ ປະຖົມ 06 ແຫ່ງ ທີ່ໄດ້ລົງມືກໍ່ສ້າງໃນປີ 2025, ໃຫ້ກໍ່ສ້າງສຳເລັດກ່ອນວັນທີ 31 ສິງຫາ 2026; ກະກຽມໜ້າພຽງເພື່ອເລີ່ມລົງມືກໍ່ສ້າງໂຮງຮຽນ 10 ແຫ່ງທີ່ຍັງເຫຼືອ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ບັນດາຄູອາຈານຍາມໃດກໍສຸດຈິດສຸມໃຈ, ຮັກສາຈິດໃຈຮັກອາຊີບ, ຮັກແພງນັກຮຽນ, ສ້າງແຫຼ່ງບັນດານໃຈໃຫ້ແກ່ພວກນ້ອງນັກຮຽນມານະພະຍາຍາມຮ່ຳຮຽນໃຫ້ເປັນຢ່າງດີທີ່ສຸດ, ຫຼໍ່ລ້ຽງຄວາມໄຝ່ຝັນ, ຄວາມຄາດຫວັງບືນຕົວຂຶ້ນ, ກໍ່ສ້າງບ້ານເກີດເມືອງນອນສວຍງາມ. ທ່ານກ່າວວ່າ:
“ຂ້າພະເຈົ້າສະເໜີໃຫ້ປະຕິບັດສຳເລັດກ່ອນວັນທີ 31 ສິງຫາ 2026 ເພື່ອໃຫ້ພວກນ້ອງນັກຮຽນສາມາດເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ໂຮງຮຽນຫຼັງໃໝ່ໃນວັນທີ 05 ກັນຍາ. ເຮັດແນວໃດເພື່ອກໍ່ສ້າງໄວ ແຕ່ຮັບປະກັນຂັ້ນຕອນ ແລະ ຂໍ້ກຳນົດ”.







