• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸ້ກພົບປະກັບກັບເຈົ້າຈັກກະພັດຍີ່ປຸ່ນແລະພະມະເຫສີ

      ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ ອະນາຄົດອາຊີ ຄັ້ງທີ 23, ວັນທີ 06 ມິຖຸນາ, ຢູ່ໂຕກຽວ, ຍີ່ປຸ່ນ, ທ່ານ ນາຍົກລັດຖະມົນຕີ ແລະ ພັນລະຍາ ໄດ້ພົບປະກັບ ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸ້ກ
ພົບປະກັບກັບ ເຈົ້າຈັກກະພັດ ຍີ່ປຸ່ນ ແລະ ພະມະເຫສີ
(ພາບ: TTXVN)
 
      ໃນການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸ້ກ ປາຖະໜາສືບຕໍ່ໄດ້ຮັບການເອົາໃຈໃສ່, ສະໜັບສະໜູນຂອງ ພະເຈົ້າຈັກກະພັດ, ພະມະເຫສີ ແລະ ລາຊະວົງ ຍີ່ປຸ່ນ ໃຫ້ແກ່ຫວຽດນາມ ແລະ ການຮ່ວມມືມິດຕະພາບ ຫວຽດນາມ-ຍີ່ປຸ່ນ. ທ່ານ ນາຍົກກໍ່ໄດ້ຢັ້ງຢືນວ່າ ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດຢ່າງສູງແກ່ການພົວພັນຮ່ວມມືກັບ ຍີ່ປຸ່ນ ຢ່າງສະເໝີ, ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອການພົວພັນ ລະຫວ່າງ ສອງປະເທດ ພັດທະນານັບມື້ນັບເຂັ້ມແຂງ, ຮອບດ້ານ ແລະ ກວ້າງຂວາງກວ່າອີກ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາ ຢູ່ພາກພື້ນ ແລະ ສາກົນ. ທ່ານ ນາຍົກ ຫງວຽນຊວນຟຸ້ກ ຖືເປັນກຽດເຊື້ອເຊີນບັນດາສະມາຊິກໃນລາຊະວົງ ຍີ່ປຸ່ນ ມາຢ້ຽມຢາມ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຍີ່ປຸ່ນ ໃນປີ 2018.
        ໃນການພົບປະ, ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ປາຖະໜາຢາກໃຫ້ສອງປະເທດ ຍີ່ປຸ່ນ ແລະ ຫວຽດນາມ ນັບມື້ນັບຮັດແໜ້ນບັນດາການພົວພັນ, ເພີ່ມທະວີການພົວພັນແລກປ່ຽນລະຫວ່າງປະຊາຊົນສອງປະເທດ, ເປັນຕົ້ນແມ່ນສະພາວະທີ່ສອງປະເທດຈະຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງການພົວພັນທາງການທູດໃນປີ 2018.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top