• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກກວດກາວຽກງານບູລະນະປະຕິສັງຂອນກິດຈະກຳສຸສານປະທານໂຮ່ຈີມິນ

ວຽກງານບູລະນະປະຕິສັງຂອນຍິ່ງມີຄວາມໝາຍຫຼາຍຂຶ້ນ, ເພື່ອເປີດປະຕູຕ້ອນຮັບປະຊາຊົນ ແລະ ນັກທ່ອງທ່ຽວມາໄວ້ອາໄລປະທານໂຮ່ຈີມິນ, ສະແດງຄວາມເຄົາລົບຮັກຕໍ່ເພິ່ນ.

(ທີ່ການເຮັດວຽກ)

ຕອນເຊົ້າວັນທີ 14 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ກວດກາການປະຕິບັດໜ້າທີ່ໄລຍະ 6 ເດືອນຕົ້ນປີ 2019 ແລະ ແຜນການບູລະນະປະຕິສັງຂອນປະຈຳໄລຍະຂອງກິດຈະກຳສຸສານປະທານໂຮ່ຈີມິນ ປີ 2019 ຂອງຄະນະຄຸ້ມຄອງສຸສານປະທານໂຮ່ຈີມິນ.

        ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ, ປີ 2019 ແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳວິໄນກຳຂອງປະທານໂຮ່ຈີມິນ ແລະ ກໍ່ແມ່ນໂອກາດ 50 ປີແຫ່ງການປະຕິບັດໜ້າທີ່ຮັກສາສົບຂອງເພິ່ນ. ສະນັ້ນ, ວຽກງານບູລະນະປະຕິສັງຂອນຍິ່ງມີຄວາມໝາຍຫຼາຍຂຶ້ນ, ເພື່ອເປີດປະຕູຕ້ອນຮັບປະຊາຊົນ ແລະ ນັກທ່ອງທ່ຽວມາໄວ້ອາໄລປະທານໂຮ່ຈີມິນ, ສະແດງຄວາມເຄົາລົບຮັກຕໍ່ເພິ່ນ. ສຳລັບໜ້າທີ່ ຮັກສາສົບຂອງປະທານໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ, ໄດ້ຊີ້ນຳວ່າ.

        “ເປົ້າໝາຍການເມືອງຂອງພັກ, ລັດ ແລະ ປະຊາຊົນທີ່ວາງອອກໃຫ້ຄະນະຄຸ້ມຄອງສຸສານແມ່ນ ສືບຕໍ່ປະຕິບັດໜ້າທີ່ຮັກສາໄລໃນຍະຍາວ, ຮັບປະກັນຄວາມປອດໄພໃຫ້ແກ່

ສົບປະທານໂຮ່ຈີມິນ. ນັ້ນແມ່ນໜ້າທີ່ສູງສຸດ. ຂ້າພະເຈົ້າສະເໜີໃຫ້ບັນດາສະຫາຍຈົ່ງຕັ້ງໜ້າປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຄົບຊຸດ, ຮັບປະກັນການປະຕິບັດເປົ້າໝາຍດັ່ງກ່າວໃນໝູ່ພະນັກງານ, ນັກຮົບ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງໃຫ້ເປັນຢ່າງດີທີ່ສຸດ”.

(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top