
(ທ່ານນາຍົກລັດຖະມົນຕີລາວຕີລາຄາສູງປະສິດທິຜົນການຮ່ວມມືລະຫວ່າງກະຊວງຍຸຕິທຳຂອງ 2 ປະເທດ)
ທີ່ການພົບປະ, ທ່ານລັດຖະມົນຕີ ເລແທ່ງລອງ ເນັ້ນໜັກວ່າ, ກະຊວງຍຸຕິທຳຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍວຽກງານສ້າງສຳເລັດລະບົບກົດໝາຍຂອງລາວ ແລະ ຊ່ວຍລາວ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຄວາມສາມາດຂອງກະຊວງ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ເລແທ່ງລອງ ກໍ່ສະເໜີໃຫ້ລັດຖະບານລາວ ສືບຕໍ່ແກ້ໄຂບັນດາບັນຫາສັນຊາດໃຫ້ຊາວຫວຽດນາມ ອາໄສຢູ່ລາວ…
ສ່ວນທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ສະເໜີໃຫ້ກະຊວງຍຸຕິທຳຫວຽດນາມ ເພີ່ມທະວີການແບ່ງປັນບົດຮຽນ ແລະ ຊ່ວຍລາວ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອຍົກສູງກຳລັງຄວາມສາມາດໃຫ້ບັນດາພະນັກງານ ແລະ ພາລະກອນທີ່ເຮັດວຽກໃນບັນດາຂົງເຂດກ່ຽວຂ້ອງເຖິງວຽກງານຕຸລາການ.ແລະກໍ່ໃນວັນດຽວກັນຢູ່ນະຄອນຫຼວງວຽງຈັນ, ກະຊວງຍຸຕິທຳຫວຽດນາມ ແລະ ລາວ ໄດ້ຈັດພີທີສະເຫຼີມສະຫຼອງ 35 ປີແຫ່ງການຮ່ວມມືດ້ານຕຸລາການຫວຽດນາມ - ລາວ; ລາວ - ຫວຽດນາມ.
(ແຫຼ່ງຄັດຈາກ VOV)