• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຝ້າມມິງຈີ້ງ ປຸກລະດົມ ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19”

ຕອນເຊົ້າວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງ ປະທານສະພາແຂ່ງຂັນ ມອບລາງວັນສູນກາງ ໄດ້ປຸກລະດົມ ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19”.
ທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງປຸກລະດົມ   ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19 ” 

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງ ຖືວ່າ ໂລກລະບາດໂຄວິດ-19 ພວມເປັນສິ່ງທ້າທາຍໃຫຍ່ສຳລັບພວກເຮົາໃນວຽກງານປ້ອງກັນ ແລະ ສະກັດກັ້ນ ໂລກລະບາດໂຄວິດ-19 ແລະ ຄວາມພະຍາຍາມຟື້ນຟູ່ , ພັດທະນາເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງ ກ່າວວ່າ :    “ ເພື່ອແນໃສ່ ປຸກລະດົມ ມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີ ຊ່ວຍເຫຼືອກັນ, ພະຍາມຜ່ານຜ່າຄວາມຫຍຸ້ງຍາກຂອງຊາດຫວຽດນາມໃນວຽກງານປ້ອງກັນ ແລະ ສະກັດກັ້ນ ໂລກລະບາດໂຄວິດ-19 ແລະ ຟື້ນຟູ່ , ພັດທະນາເສດຖະກິດສັງຄົມ ແລະ ຮັບປະກັນການໜູນຊ່ວຍສັງຄົມ ແລະ ຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ດ້ວຍຈິດໃຈຕ້ານໂລກລະບາດຄືຕ້ານສັດຕູ, ຕາງໜ້າພັກ, ລັດ, ສະພາແຂ່ງຂັນ ມອບລາງວັນສູນກາງ,  ຂ້າພະເຈົ້າປຸກລະດົມ   ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19 ”  

       ທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງ ຮຽກຮ້ອງໃຫ້ຍູ້ແຮງ ຂະບວນການແຂ່ງຂັນຮັກຊາດ, ຕັດສິນໃຈ, ຂະຫຍັນຂັນເຄື່ອນ, ສົມທົບກັນຢ່າງແໜ້ນແຟ້ນ, ລະດົມບັນດາແຫຼ່ງສັງຄົມ, ສົ່ງເສີມທຸກໆຄົນມີຄວາມຕື່ນຕົວ ຕັ້ງໜ້າເຂົ້າຮ່ວມ ໃນວຽກງານປ້ອງກັນ ແລະ ສະກັດກັ້ນ ໂລກລະບາດໂຄວິດ-19.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top