• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຊີ້ນຳໃຫ້ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຢ່າງຮີບດ່ວນເພື່ອຕ້ານການຫາປາຢ່າງຜິດກົດໝາຍ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຊີ້ແຈ້ງເຖິງຄວາມຕັດສິນໃຈຍົກເລີກຄຳກ່າວເຕືອນ “ບັດເຫຼືອງ” ຂອງຄະນະກຳມະການເອີລົບ (EC) ກ່ຽວກັບການຫາປາຢ່າງຜິດກົດໝາຍ ແລະ ບໍ່ລາຍງານ (IUU), ແມ່ນເພື່ອຜົນປະໂຫຍດຂອງປະເທດຊາດ, ຮັບປະກັນຜົນປະໂຫຍດ ຂອງປະຊາຊົນ
ພະນັກງານ ນັກຮົບປ້ອມປ້ອງກັນຊາຍແດນ ແຣກກົກ ພວມລາດຕະເວນຢູ່ເຂດປາກທະເລ ກາເມົາ

ໃນໂທລະເລກທາງການທີ່ປະກາດໃຊ້ເມື່ອວັນທີ 4 ພະຈິກນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຊີ້ແຈ້ງເຖິງຄວາມຕັດສິນໃຈຍົກເລີກຄຳກ່າວເຕືອນ “ບັດເຫຼືອງ” ຂອງຄະນະກຳມະການເອີລົບ (EC) ກ່ຽວກັບການຫາປາຢ່າງຜິດກົດໝາຍ ແລະ ບໍ່ລາຍງານ (IUU), ແມ່ນເພື່ອຜົນປະໂຫຍດຂອງປະເທດຊາດ, ຮັບປະກັນຜົນປະໂຫຍດ ຂອງປະຊາຊົນ; ພັດທະນາຂະແໜງສິນໃນນ້ຳແບບຍືນຍົງ; ສະແດງໃຫ້ເຫັນຄວາມຮັບຜິດຊອບສາກົນຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາ ແລະ ຂໍ້ຜູ້ພັນໃນສັນຍາສາກົນໃນການປົກປັກຮັກສາສິ່ງແວດລ້ອມທາງທະເລ, ລະບົບນິເວດທະເລແບບຍືນຍົງ, ພັດທະນາເສດຖະກິດທະເລແບບຍືນຍົງ ຕິດພັນກັບການຮັບປະກັນຄວາມໝັ້ນຄົງ ແລະ ອະທິປະໄຕທະເລໝູ່ເກາະ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ລັດຖະມົນຕີບັນດາກະຊວງທີ່ກ່ຽວຂ້ອງ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນແຄມທະເລ ຈົ່ງເປັນເອກະພາບທາງດ້ານຄວາມຮັບຮູ້ ແລະ ທັດສະນະໃນການຊີ້ນຳນຳພາບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ, ກຳລັງທີ່ມີໜ້າທີ່ຮັບຜິດຊອບ  ຕັດສິນໃຈຍົກເລີກຄຳກ່າວເຕືອນ "ບັດເຫຼືອງ" ຂອງ ຄະນະກໍາມະການເອີຣົບ (EC) ໃນການກວດກາ ຄັ້ງທີ 5 (ຄາດວ່າໃນທ້າຍໄຕມາດທີ່ສອງຂອງປີ 2024).

(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top