• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຊີ້ນຳເພີ່ມທະວີການປ້ອງກັນ, ຕ້ານເຊື້ອໄວຣັດສາຍພັນໃໝ່ໂກໂຣນາ nCoV

      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ເຊັນໂທລະເລກທາງການສະບັບເລກທີ 2 ກ່ຽວກັບການເພີ່ມທະວີການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂກໂຣນາ,
            ໃນນັ້ນ ຊີ້ແຈ້ງວ່າ: ຈຳກັດການເຕົ້າໂຮມຫລາຍຄົນ; ບັນດາແຂວງທີ່ໄດ້ປະກາດມີການຕິດເຊື້ອພະຍາດຕ້ອງຢຸດຕິການຈັດຕັ້ງບັນດາງານບຸນທັງໝົດ, ນັບທັງງານບຸນທີ່ໄດ້ເປີດແລ້ວ; ອອກຂໍ້ຕົກລົງໃຫ້ນັກຮຽນພັກໂຮງຮຽນ.

ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: chinhphu.vn)
      ຕາມແຫຼ່ງຂ່າວໄດ້ອັບເດັດຮອດຕອນເຊົ້າວັນທີ 03 ກຸມພາ 2020, ເຊື້ອພະຍາດດັ່ງກ່າວໄດ້ເກີດຂຶ້ນຢູ່ 27 ປະເທດ ແລະ ເຂດແຄ້ວນ, ເຮັດໃຫ້ 362 ຄົນເສຍຊີວິດ, ໃນນັ້ນ ມີຜູ້ທຳອິດເສຍຊີວິດຢູ່ນອກປະເທດ ຈີນ ແມ່ນຢູ່ປະເທດ ຟີລິບປີນ, ປັດຈຸບັນມີກ່ວາ 17.200 ຄົນຕິດເຊື້ອພະຍາດດັ່ງກ່າວ. ຢູ່ ຫວຽດນາມ ມີຄົນຕິດເຊື້ອພະຍາດດັ່ງກ່າວ 7 ຄົນ, ໃນນັ້ນມີ 4 ຄົນເປັນຊາວ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top