• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ຕ່ຽນຢາງ

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕັ້ງຄວາມໄວ້ວາງໃຈໃໝ່ສຳລັບ ຕ່ຽນຢາງດ້ວຍທີ່ຕັ້ງຍຸດທະສາດ ...

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ
      ຕອນເຊົ້າວັນທີ 9 ສິງຫາ, ຢູ່ນະຄອນ ໝີ້ທໍ, ແຂວງ ຕ່ຽນຢາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນດ້ວຍຫົວຂໍ້ວ່າ: “ຕ່ຽນຢາງ - ກາລະໂອກາດແຫ່ງການລົງທຶນ, ຮ່ວມເດີນທາງພ້ອມກັນພັດທະນາ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕັ້ງຄວາມໄວ້ວາງໃຈໃໝ່ສຳລັບ ຕ່ຽນຢາງດ້ວຍທີ່ຕັ້ງຍຸດທະສາດ ແລະ ມີຄວາມສະດວກໃຫ້ແກ່ພັດທະນາຂອງແຂວງເວົ້າສະເພາະ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຖືວ່າ: ຕ່ຽນຢາງ ຈະແມ່ນບ່ອນດຶງດູດບັນດານັກລົງທຶນລາຍໃຫຍ່, ວິສາຫະກິດມີວິໄສທັດກ້ວາງໄກໃນບັນດາຂົງເຂດຈາກອຸດສາຫະກຳຕະຫຼອດຮອດກະສິກຳ, ການບໍລິການ, ພິເສດແມ່ນອຸດສາຫະກຳປຸງແຕ່ງໝາກໄມ້:
        ພວກເຮົາກຳນົດບໍ່ພຽງແຕ່ພັດທະນາແຂວງ ຕ່ຽນຢາງ ເຊິ່ງ ຕ່ຽນຢາງ ເປັນແຂວງຮັ່ງມີເຂັ້ມແຂງ ຫາກແມ່ນກຳລັງໜູນສຳຄັນຂອງ ພື້ນຖານເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ເຂດ ຕາເວັນອອກສ່ຽງໃຕ້, ພິເສດແມ່ນໃຈກາງເຂດຈຸດສຸມໃນນະຄອນໂຮ່ຈີມິນ. ຍ້ອນເຫດນັ້ນ, ບັນຫາທີ່ວາງອອກນັ້ນແມ່ນ ຕ່ຽນຢາງ ຕ້ອງນຳໜ້າໃນການປ່ຽນແປງໃໝ່, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຈຶ່ງມີຄວາມຂະຫຍັນຂັນເຄື່ອນໃນການພັດທະນາ, ຜ່ານຜ່າຄວາມຫຍຸ້ງຍາກເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ”
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top