• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຫວຽດນາມ ຢຶດໝັ້ນເປົ້າໝາຍຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ

      ລັດຖະບານ ຫວຽດນາມ ຢຶດໝັ້ນເປົ້າໝາຍຮັບປະກັນຄວາມສະຖຽນລະພາບດ້ານເສດຖະກິດມະຫາພາກ, ຍົກສູງປະສິດທິຜົນແຫ່ງການລົງທຶນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບປະກອບ)
      ຕອນບ່າຍວັນທີ 1 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ 14, ໄດ້ເລີ່ມຕົ້ນການເຮັດວຽກຄັ້ງສຸດທ້າຍຂອງການເຄື່ອນໄຫວຊັກຖາມທີ່ແກ່ຍາວມາເປັນເປັນເວລາ 3 ວັນ, ແຕ່ວັນທີ 30 ຕຸລາ ແລະ ວັນທີ 1 ພະຈິກ. ກ່າວຄຳເຫັນເຮັດແຈ້ງບາງບັນຫາທີ່ກ່ຽວຂ້ອງເຖິງຄວາມຮັບຜິດຊອບຂອງລັດຖະບານ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຢຶດໝັ້ນເປົ້າໝາຍຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຍົກສູງປະສິດທິຜົນແຫ່ງການລົງທຶນ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັກສາສະພາບແວດລ້ອມ, ຊຸກຍູ້ຄວາມກ້າວໜ້າ ແລະ ຍຸຕິທຳທາງສັງຄົມ, ຮັບປະກັນບັນດາສິດທິມະນຸດ ແລະ ສິດເສລີໃນການດຳເນີນທຸລະກິດຂອງປະຊາຊົນ ແລະ ວິສາຫະກິດ; ເພີ່ມທະວີກຳລັງແຮງມະຫາສາມັກຄີທົ່ວປວງຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:
        ຍິ່ງກ່ວາເວລາໃດໝົດ, ພວກເຮົາຕ້ອງເດັດດ່ຽວປັບປຸງລະບອບເສດຖະກິດການຕະຫຼາດ, ກຳນົດທິດສັງຄົມນິຍົມ, ເອົາໃຈໃສ່ປະຕິຮູບດ້ານຕຸລາການ, ຮັບປະກັນສິດຊັບສິນ, ສິດພົນລະເມືອງ, ປະຕິບັດບັນດາຫຼັກການລວມສູນປະຊາທິປະໄຕ, ຄວບຄຸມສິດອຳນາດເປັນຢ່າງດີ. ພ້ອມທັງຕໍ່ສູ້ກັບໄພຫຍໍ້ທໍ້, ການສໍ້ລາດບັງຫຼວງ, ການຟຸມເຟືອຍຍົກສູງລະບຽບວິໄນໃນທົ່ວລະບົບການເມືອງ. ຍູ້ແຮງວຽກງານຫລຸດຜ່ອນການບັນຈຸພະນັກງານ, ເຮັດໃຫ້ກົງຈັກລັດກະທັດລັດເບົາບາງ, ມີປະສິດທິພາບ, ປະສິດທິຜົນ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ.
ທ່ານ ຫງວຽນຊວນຟຸກ ຖືວ່າ ບັນດາຄໍາເຫັນທີ່ນໍາມາປຶກສາຫາລື, ຊັກຖາມນັ້ນ ໄດ້ຊ່ວຍໃຫ້ລັດຖະບານ ເຫັນໄດ້ບັນດາບັນຫາທີ່ຍັງຄົງຄ້າງ, ຈໍາກັດ ໄດ້ຢ່າງຈະແຈ້ງກວ່າ, ບົນພື້ນຖານນັ້ນ ວາງອອກໂຄງການດໍາເນີນງານ ແລະ ມາດຕະການເພື່ອແກ້ໄຂບັນດາບັນຫາທີ່ພວມວາງອອກ. ທ່ານ ສະເໜີວ່າ:
        “ສືບຕໍ່ຢຶດໝັ້ນເປົ້າໝາຍສ້າງຄວາມສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມປອດໄພດ້ານການເງິນແຫ່ງຊາດ, ຄວາມໝັ້ນຄົງຂອງເງິນຕາ ແລະ ສະບຽງອາຫານ, ພະລັງງານ ແລະ ອາດຊະຍາກໍາແບບເກົ່າ ແລະ ແບບໃໝ່. ສືບຕໍ່ສ້າງໂຄງປະກອບເສດຖະກິດຄືນໃໝ່ຢ່າງແທດຈິງ ແລະ ມີປະສິດທິຜົນກວ່າອີກ,ໃນນັ້ນມີການແກ້ໄຂບັນດາສິ່ງທີ່ອ່ອນດ້ອຍ, ຄົງຄ້າງໃນການພັດທະນາເສດຖະກິດພາກເອກະຊົນ... ຍົກສູງປະສິດທິຜົນໃນວຽກງານພົວພັນຕ່າງປະເທດ ແລະ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ, ສ້າງສະພາບແວດລ້ອມສັນຕິພາບ, ຂຸດຄົ້ນທ່າແຮງຂອງສັນຍາການຄ້າສະບັບຕ່າງໆທີ່ໄດ້ລົງນາມກັຢ່າງມີປະສິດທິຜົນ. ມານະພະຍາຍາມເພື່ອຍົກສູງປະສິດທິພາບ ປະສິດທິຜົນໃນວຽກງານຄຸ້ມຄອງລັດ ແລະ ບູລະນະກົງຈັກການຈັກຕັ້ງ”.
        ກໍໃນຕອນບ່າຍຂອງວັນດຽວກັນ, ເມື່ອກ່າວຄໍາເຫັນອັດວາລະຊັກຖາມ ແລະ ຕອບຄໍາຊັກຖາມ ຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່່າ: ພາຍໃນ 03 ວັນທີ່ດໍາເນີນວາລະຊັກຖາມ,ລວມມີສະມາຊິກສະພາແຫ່ງຊາດຕັ້ງຄໍາຊັກຖາມທັງໝົດ 135 ຄົນ, ມີຄໍາເຫັນໂຕ້ວາທີທັງໝົດ 82 ຄໍາຖາມ. ບັນດາສະມາຊິກລັດຖະບານ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການກວດສອບແຫ່ງລັດ ໄດ້ຕອບຄໍາຊັກຖາມຂຶ້ນກັບຄວາມຮັບຜິດຊອບຄຸ້ມຄອງ ບໍລິຫານຂອງຕົນໂດຍກົງ. ວາລະຊັກຖາມໄດ້ດໍາເນີນຢ່າງປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ, ສືບຕໍ່ມີການແລກປ່ຽນ, ໂຕ້ວາທີຢ່າງຟົດຟື້ນ ບໍ່ພຽງແຕ່ລະຫວ່າງສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງເທົ່ານັ້ນ ຫາກລະຫວ່າງບັນດາສະມາຊິກສະພາແຫ່ງຊາດນໍາກັນເພື່ອເຮັດແຈ້ງບັນຫາອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top