
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ B. Ramelow ຜູ້ວ່າການລັດ Thuringen
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ບົນພື້ນຖານສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ, ຄວາມມານະພະຍາຍາມຂອງຜູ້ວ່າການລັດ Thuringen ເອງ, ການພົວພັນລະຫວ່າງ 2 ຝ່າຍຈະພັດທະນາຢ່າງແຂງແຮງໃນຫຼາຍຂົງເຂດ. ລັດຖະບານຫວຽດນາມໝັ້ນໝາຍສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດເຢຍລະມັນເຄື່ອນໄຫວຢ່າງມີປະສິດທິຜົນຢູ່ຫວຽດນາມ.
ສ່ວນ ທ່ານ B. Ramelow ໃຫ້ຮູ້ວ່າ ລັດ Thuringen ຫວັງຢາກເປັນຂົວເຊື່ອມຕໍ່ເພື່ອໃຫ້ບັນດາວິສາຫະກິດຫວຽດນາມແຊກຊຶມເຂົ້າຕະຫຼາດເອີລົບ.
(ແຫຼ່ງຄັດຈາກ VOV)