• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ເຂົ້າຮ່ວມພິທີເປີດການເຄື່ອນໄຫວດ້ານການຄ້າໂຄງການກັ່ນຕອງນ້ຳມັນທີ່ມີມູນຄ່າ 9 ຕື້ USD

      ຕອນບ່າຍວັນທີ 23 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ເຂົ້າຮ່ວມພິທີເປີດການເຄື່ອນໄຫວດ້ານການຄ້າ ໂຄງການກັ່ນຕອງນ້ຳມັນ ງີເຊີນ, ແທງຮວ໊າ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກ່າວຄຳເຫັນທີ່ພິທີ
(ພາບ: dantri.com.vn)
      ເຂົ້າຮ່ວມພິທີມີທ່ານ ໂມຕູ ຮາຢາຊິ, ຮັກສາການ ເລຂາທິການໃຫຍ່ ພັກປະຊາຊົນເສລີ ຍີ່ປຸ່ນ; ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຢູມິດະ ຄູນີໂອະ ແລະ ບັນດາແຂກສາກົນອື່ນໆ.
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕີລາຄາສູງໂຄງການກັ່ນຕອງນ້ຳມັນ ງີເຊີນ ເປັນສັນຍາລັກທີ່ດີງາມຂອງການຮ່ວມມືສາກົນຢ່າງແທ້ຈິງ ແລະ ມີປະສິດທິຜົນ. ໂຄງການໄດ້ຮັບການເອົາໃຈໃສ່ໜູນຊ່ວຍເປັນພິເສດ ຈາກບັນດາລັດຖະບານ ຫວຽດນາມ, ຍີ່ປຸ່ນ, Kuwwait ແລະ ບັນດາຄູ່ຮ່ວມມືທີ່ສຳຄັນ, ບັນດາການພົວພັນຮ່ວມມືເສດຖະກິດ, ການຄ້າ, ການລົງທຶນກ້ວາງຂວາງກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽນຊວນຝຸກ ເນັ້ນໜັກ ວ່າ:
“ໂຄງການກັ່ນຕອງນ້ຳມັນ ງີເຊີນ ນຳເຂົ້າເຄື່ອນໄຫວດ້ານການຄ້າ ແມ່ນມີຄວາມໝາຍສຳຄັນທາງດ້ານການເມືອງ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃນວິວັດການພັດທະນາປະເທດຊາດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ. ດ້ວຍກຳລັງການປຸງແຕ່ງນ້ຳມັນດິບ 10 ລ້ານໂຕນ/ປີ, ພ້ອມກັບໂຮງງານກັ່ນຕອງນ້ຳມັນ ຢຸງກວ໋ດ ກຳລັງເຄື່ອນໄຫວ ເຊິ່ງປະລິມານນ້ຳມັນສະໜອງຈາກບັນດາໂຮງງານເຫຼົ່ານີ້ ຈະຕອບສະໜອງໄດ້ປະມານ 80 – 90% ຂອງຄວາມຕ້ອງການນ້ຳມັນໃຫ້ແກ່ຕະຫຼາດພາຍໃນປະເທດ, ຫຼຸດຜ່ອນການຂຶ້ນກັບການນຳເຂົ້ານ້ຳມັນຈາກຕະຫຼາດພາຍນອກ.”
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top