• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມພິທີເປີດນຳໃຊ້ໂຄງການຍອຍ ກາມເລີມ-ວີ້ງຫາວ ແລະ ແລະ ທະລຸເສັ້ນທາງ ຢ້ຽນເຈົາ-ບ້າຍຫວອດ

ຕອນບ່າຍວັນທີ 28 ເມສານີ້, ຢູ່ແຂວງ ນິງທ້ວນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າຮ່ວມ ພິທີເປີດນຳໃຊ້ໂຄງການໂຄງການຍອຍ ກາມເລີມ-ວີ້ງຫາວ ແລະ ແລະ ທະລຸເສັ້ນທາງ ຢ້ຽນເຈົາ-ບ້າຍຫວອດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ພິທີ

ໂຄງການຍອຍ ກາມເລີມ-ວີ້ງຫາວ ລວມຄວາມຍາວ 79 ກິໂລແມັດ, ເຊື່ອມຕໍ່ທາງດ່ວນຈາກ ນະຄອນ ໂຮ່ຈີມິນ ຫານະຄອນຍາຈາງ ແຂວງແຄ໋ງຮ່ວາ. ໂຄງການຍອຍ ທະລຸເສັ້ນທາງ ຢ້ຽນເຈົາ-ບ້າຍຫວອດ ລວມຄວາມຍາວເກືອບ 50 ກິໂລແມັດ, ຜ່ານສອງແຂວງ ເງ້ອານ ແລະ ຮ່າຕິງ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ການພັດທະນາລະບົບພື້ນຖານໂຄງລ່າງໃຫ້ຄົບຊຸດ ແລະ ທັນສະໄໝ ແມ່ນໜຶ່ງໃນສາມບາດກ້າວບຸກທະລຸຍຸດທະສາດ, ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະ ລັດ, ໃນນັ້ນ, ລະບົບທາງດ່ວນມີບົດບາດສຳຄັນທີ່ສຸດ, ໂດຍສະເພາະແມ່ນການເຊື່ອມຈອດ ແລະ ຍົກສູງຄວາມສາມາດດ້ານຂົນສົ່ງເພື່ອຮັບໃຊ້ການຜະລິດ, ດຳເນີນທຸລະກິດ ແລະ ປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ດຶງດູດການລົງທຶນ, ເປີດກ້ວາງຂອບເຂດ ພັດທະນາເສດຖະກິດສັງຄົມ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top