• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕິເປັນປະທານກອງປະຊຸມຄະນະກຳມະການແຫ່ຊາດກ່ຽວກັບລັດຖະບານເອເລັກໂຕນິກ

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາກະຊວງ, ຂະແໜງການ ໄດ້ມານະພະຍາຍາມປະຕິບັດຍຸດທະສາດເຫັນເປັນດີຈີຕອນ.
ກອງປະຊຸມສະຫຼຸບ 2 ປີແຫ່ງການປະຕິບັດມະຕິເລກທີ 17. (ພາບ: TTXVN)

ຕອນບ່າຍວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ ໄດ້ຈັດກອງປະຊຸມສະຫຼຸບ 2 ປີແຫ່ງການປະຕິບັດມະຕິເລກທີ 17, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫງວຽດນາມ ຫງວຽນຊວັນຟຸກ, ປະທານຄະນະກຳມະນ.

        ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາກະຊວງ, ຂະແໜງການ ໄດ້ມານະພະຍາຍາມປະຕິບັດຍຸດທະສາດເຫັນເປັນດີຈີຕອນ. ມາຮອດປະຈຸບັນໄດ້ມີກວ່າ 5% ກະຊວງ, ຂະແໜງການ, ທ້ອງຖິ່ນກໍ່ສ້າງ ແລະ ເລີ່ມຜັນຂະຫຍາຍບັນດາໂຄງການຫັນເປັນດີຈີຕອນ, ເຊິ່ງແມ່ນມາດຕະການແກ້ໄຂສຳຄັນໃນການຊຸກຍູ້ການເຕີບໂຕ.

        ບົນພື້ນຖານຂອງລັດຖະບານເອເລັກໂຕນິກ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂຸດຄົ້ນບັນດາການບໍລິການທີ່ສະໜອງຂໍ້ມູນລວມແຫ່ງຊາດຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ປະຕິບັດຍຸດທະສາດ, ແຜນການ, ໂຄງການ, ແຜນຮ່າງຫັນເປັນດີຈີຈອນໃຫ້ສົມບູນແບບ, ຕັດສິນໃຈປະຕິບັດໂຄງການຫັນປະເທດຊາດເປັນດີຈີຕອນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top