• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຮຽນ​ຮູ້ ອີ​ຕາ​ລີ ຕີ​ລາ​ຄາ​ສູງ​ຍຸ​ດ​ທະ​ສາດ​ຮັບ​ປະ​ກັນ​ຄວາ​ມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ຂອງ ຫວຽດ​ນາມ

ໃນສະພາບການສາກົນມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ພິເສດແມ່ນການປະທະກັນຢູ່ຕາເວັນອອກກາງ, ຄວາມໝັ້ນຄົງດ້ານພະລັງງານພວມພົ້ນເດັ່ນຂຶ້ນຄືດັ່ງເປັນບຸລິມະສິດຍຸດທະສາດຂອງຫຼາຍປະເທດ, ໃນນັ້ນ ມີ ອີຕາລີ.
  ໂຮງງານກັ່ນຕອງນ້ຳມັນ ງີເຊີນ (ພາບປະກອບ: TTXVN)  

ໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຣົມ, ທ່ານ Andrea Fais, ບັນນາທິການໃຫຍ່ວາລະສານ  “Scenari Internazionali” ຕັ້ງຢູ່ນະຄອນ Perugia, ພາກກາງ ອີຕາລີ, ໄດ້ຕີລາຄາສູງກຳນົດທິດຍຸດທະສາດຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຂອງ ຫວຽດນາມ.

ຕາມທ່ານ Andrea Fais ແລ້ວ, ຫວຽດນາມ ໄດ້ຫັນຈາກຈິນຕະນາການຮັບປະກັນການສະໜອງພະລັງງານໄປສູ່ຮູບແບບຄວາມໝັ້ນຄົງດ້ານພະລັງງານແບບເປັນເຈົ້າການ, ມີໄຫວພິບ, ຫຼາຍຮູບຫຼາຍແບບ ແລະ ຍືນຍົງ, ຊຸກຍູ້ການພັດທະນາພະລັງງານທົດແທນ, ຍົກສູງປະສິດທິຜົນນຳໃຊ້ພະລັງງານ ແລະ ຕະຫຼາດພະລັງງານແກ້ງແຍ້ງ, ປອດໃສ ແນໃສ່ຕອບສະໜອງຄຳຮຽກຮ້ອງຕ້ອງການພັດທະນາໄວ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນສັງກາດໃໝ່. ດ້ວຍເລື່ອງ ຫວຽດນາມ ໄດ້ວາງອອກບັນດາເປົ້າໝາຍລະອຽດເຊັ່ນ ມຸ່ງໄປເຖິງການກາຍເປັນພື້ນຖານເສດຖະກິດມີລາຍຮັບສູງໃນປີ 2045, ຈຸດເວລາສະເຫຼີມສະຫຼອງວັນສະຖາປະນາປະເທດຄົບຮອບ 100 ປີ, ທ່ານ Fais ຖືວ່າ ຫວຽດນາມ ຈະຕ້ອງມານະພະຍາຍາມຜ່ານຜ່າຫຼາຍສິ່ງທ້າທາຍ, ໃນນັ້ນ ມີການຫັນປ່ຽນພະລັງງານ ແລະ ລະບົບນິເວດ.

່(ແຫຼ່ງຄັດຈາກ VOV)

ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ ປີ 2026: ປະ​ຢັດ​ໄຟ​ຟ້າ​ໄດ້ 463.000 kWh

ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ ປີ 2026: ປະ​ຢັດ​ໄຟ​ຟ້າ​ໄດ້ 463.000 kWh

ຕາມຂໍ້ມູນຈາກບໍລິສັດບໍລິຫານລະບົບໄຟຟ້າ ແລະ ຕະຫຼາດໄຟຟ້າແຫ່ງຊາດ (NSMO), ພາຍຫຼັງ 1 ຊົ່ວໂມງມອດໄຟຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກປີ 2026 (ແຕ່ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີຂອງວັນທີ 28 ມີນາ 2026), ທົ່ວປະເທດປະຢັດໄຟຟ້າໄດ້ 463.000 kWh.

Top