• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ

ວັນທີ 30 ເມສາ 1975, ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ແມ່ນເຫດການສຳຄັນໃນປະຫວັດສາດຂອງຊາວ ຫວຽດນາມ ແລະ ໂລກ.
ຕອນເຊົ້າວັນທີ 15/5/1975, ປະຊາຊົນ ໄຊງ່ອນ - ຢາດິ້ງ ນັບລ້ານຄົນ ໄດ້ເຕົ້າໂຮມມາສະໜາມຫຼວງ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງໄຊຊະນະ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ Ezequiel Ramoneda ຜູ້ປະສານງານສູນກາງຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ສັງກັດ ສະຖາບັນການພົວພັນສາກົນ ມະຫາວິທະຍາໄລແຫ່ງຊາດ La Plata,  ອາກຊັງຕິນ ຢັ້ງຢືນວ່າ: ວັນທີ 30 ເມສາ 1975, ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ແມ່ນເຫດການສຳຄັນໃນປະຫວັດສາດຂອງຊາວ ຫວຽດນາມ ແລະ ໂລກ. ທ່ານ Ramoneda ເນັ້ນໜັກວ່າ ບັ້ນຮົບ ໂຮ່ຈີມິນຂອງ ຊາວ ຫວຽດນາມ ຍາດໄດ້ໄຊຊະນະຢ່າງສິ້ນເຊີງ ແມ່ນພະຍານຫຼັກຖານໃຫ້ແກ່ເຈດຈຳນົງອົງອາດກ້າແກ່ນ, ບໍ່ຍອມຈຳນົນ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ບໍ່ມີສິ່ງໃດສາມາດເຮັດໃຫ້ຊາດ ຫວຽດນາມ ສັ່ນສະຄອນໄດ້. ການນຳພາອັນສະຫຼາດສ່ອງໃສ ແລະ ເກັ່ງກ້າສະຫຼາດສະຫຼຽວຂອງພັກຄອມມູນິດ ຫວຽດນາມ ແມ່ນປັດໄຈຕັດສິນທຸກໄຊຊະນະຂອງຊາດ ຫວຽດນາມ ໃນພາລະກິດປົກປັກຮັກສາ ເອກະລາດ, ເສລີພາບ ແລະ ອະທິປະໄຕຂອງຊາດ.

ທ່ານ Ramoneda ຖືວ່າ ຈາກພື້ນຖານໄຊຊະນະເມື່ອປີ 1975 ນັ້ນ, ປະຊາຊົນ ຫວຽດນາມ ໄດ້ສ້າງສາປະເທດໃຫ້ນັບມື້ນັບພັດທະນາ, ທີ່ຕັ້ງບົດບາດໃນເວທີສາກົນ ກໍໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຫວຽດນາມ ໄດ້ປະກອບສ່ວນທີ່ມີປະສິດທິຜົນຫຼາຍຢ່າງ ແລະ ປະຕິບັດສຳເລັດບົດບາດຫຼັກແຫຼ່ງແກ່ນສານໃນບັນດາອົງການຈັດຕັ້ງ, ເວທີປາໄສ, ພິເສດແມ່ນ ສປຊ ແລະ ອາຊຽນ. ຫວຽດນາມ ເປັນເຈົ້າການຍົກອອກຫຼາຍຂໍ້ລິເລີ່ມທີ່ມີຫົວຄິດປະດິດສ້າງໃນບັນດາອົງການຈັດຕັ້ງ, ເວທີປາໄສສາກົນສຳຄັນ ແລະ ກາຍເປັນຕ່ອງໂສ້ສຳຄັນໃນຫຼາຍລະບົບເສດຖະກິດຂອງພາກພື້ນ ແລະ ໃນທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ວັນທີ 07 ພຶດສະພາ, ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 07 ພຶດສະພາ 1954 – 07 ພຶດສະພາ 2024) ຂຶ້ນຢ່າງສົມກຽດ, ເຊິ່ງເປັນໄຊຊະນະໄດ້ສ້າງຂີດໝາຍໃນປະຫວັດສາດໂລກ. ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະ ດ້ຽນບຽນຝູ ຊຸກຍູ້ຂະບວນການປົດປ່ອຍຊາດທົ່ວໂລກບັນລຸໄດ້ໄຊຊະນະຢ່າງສົມບູນ.

Top