• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ທຸ​ລະ​ກິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ປີນີ້ການສະເຫຼີມສະຫຼອງ ວັນນັກທຸລະກິດ ຫວຽດນາມ ໄດ້ຈັດຂຶ້ນກົງກັບໂອກາດ ກົມການເມືອງຫາກໍ່ອອກມະຕິໃໝ່ກ່ຽວກັບການພັດທະນາ ແລະ ເສີມຂະຫຍາຍບົດບາດຂອງນັກທຸລະກິດ ຫວຽດນາມ ໃນໄລຍະໃໝ່.
ມອບໃບຍ້ອງຍໍໃຫ້ແກ່ບັນດາວິສາຫະກິດດີເດັ່ນ (ພາບ: TTXVN)

ວັນທີ 13 ຕຸລາ ແມ່ນວັນສະເຫຼີມສະຫຼອງ ວັນນັກທຸລະກິດ ຫວຽດນາມ. ໂດຍໄດ້ສ້າງຕັ້ງຂຶ້ນນັບແຕ່ປີ 2004, ວັນນັກທຸລະກິດ ຫວຽດນາມ ເພື່ອແນໃສ່ຢັ້ງຢືນບັນດາການປະກອບສ່ວນ ແລະ ຄວາມສຳຄັນຂອງນັກທຸລະກິດໃນການສ້າງພື້ນຖານເສດຖະກິດ, ຮັບປະກັນການຊີວິດສັງຄົມ ແລະ ພັດທະນາປະເທດຊາດ. ໃນໂອກາດນີ້, ໄດ້ຈັດໃຫ້ມີການເຄື່ອນໄຫວສະເຫຼີມສະຫຼອງຫຼາຍຢ່າງ.

ຕອນຄ່ຳວັນທີ 12 ຕຸລາ, ສະຫະສະມາຄົມວິສາຫະກິດ ນະຄອນໂຮ່ຈີມິນ ໄດ້ຈັດພິທີເຊີດຊູຜະລິດຕະພັນ, ການບໍລິການດີເດັ່ນຂອງນະຄອນໃນປີ 2023. ມີຜະລິດຕິພັນ, ການບໍລິການ 100 ຢ່າງຂອງ 74 ວິສາຫະກິດ ໂດຍສະຫະສະມາວິສາຫະກິດ ນະຄອນໂຮ່ຈີມິນ ຄົມໄດ້ຮັບການເຊີດຊູ ແລະ ມອບໃບຢັ້ງຢືນຜະລິດຕະພັນ, ການບໍລິການດີເດັ່ນຂອງນະຄອນໃນປີ 2023. ນີ້ແມ່ນບັນດາຜະລິດຕະພັນ, ການບໍລິສັກຂອງບັນດາວິສາຫະກິດທີ່ມີຄວາມປະດິດຄິດສ້າງຫຼາຍຢ່າງ, ໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຄຸ້ມຄອງການຜະລິດຜະລິດຕະພັນ, ການບໍລິການທີ່ບັນລຸຄຸນນະພາບທີ່ດີ, ບໍ່ພຽງແຕ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກເທົ່ານັ້ນ ຫາກຍັງຮັບປະກັນໄດ້ບັນດາປັດໄຈກ່ຽວກັບຄຸນນະພາບຜູ້ອອກແຮງງານ, ສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ປະຊາຄົມສັງຄົມອີກດ້ວຍ.

ຕາມທ່ານປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຟ້າມເຕິນກົງ ແລ້ວ, ປີນີ້ການສະເຫຼີມສະຫຼອງ ວັນນັກທຸລະກິດ ຫວຽດນາມ ໄດ້ຈັດຂຶ້ນກົງກັບໂອກາດ ກົມການເມືອງຫາກໍ່ອອກມະຕິໃໝ່ກ່ຽວກັບການພັດທະນາ ແລະ ເສີມຂະຫຍາຍບົດບາດຂອງນັກທຸລະກິດ ຫວຽດນາມ ໃນໄລຍະໃໝ່. ທ່ານກ່າວວ່າ:

ມະຕິມີຄຸນຄ່າຍາວນານໃຫ້ແກ່ນັກທຸລະກິດ, ວິສາຫະກິດ ຫວຽດນາມ. ເມື່ອຫວນຄືນໄລຍະທາງແຫ່ງການພັດທະນາຂອງນັກທຸລະກິດ ຫວຽດນາມ, ພວກເຮົາເຫັນໄດ້ວ່ານັບແຕ່ເວລາປະຕິບັດການປ່ຽນແປງໃໝ່ມາຮອດປັດຈຸບັນແມ່ນ 37 ປີແລ້ວ. ປັດຈຸບັນ, ພວກເຮົາໄດ້ເລີ່ມກ້າວເຂົ້າສູ່ໄລຍະປະຕິບັດເປົ້າໝາຍ ແລະ ຄວາມຫວັງ ນຳຫວຽດນາມ ກາຍເປັນປະເທດພັດທະນາ. ແລະ ການວາງອອກມະຕິເລກທີ 41 ກໍ່ແມ່ນການກຳນົດທິດໃຫ້ແກ່ການສ້າງຖັນແຖວນັກທຸລະກິດ ຫວຽດນາມ ເຂັ້ມແຂງ, ມີກຳລັງແຮງຢ່າງພຽງພໍເພື່ອປະຕິບັດພາລະກຳ ນຳ ຫວຽດນາມ ກາຍເປັນປະເທດພັດທະນາໃນປີ 2045.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top