• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຮຽນຮູ້ອັງກິດ: ຫວຽດນາມ ເຕົ້າໂຮມທັງ 3 ປັດໃຈເພື່ອນຳນະໂຍບາຍເຂົ້າສູ່ຊີວິດຕົວຈິງ

ບັນດາບາດກ້າວຫັນປ່ຽນນັ້ນໄດ້ສ້າງເປັນກຸ່ມໜຶ່ງທີ່ເປັນເອກະພາບ, ການແກ້ໄຂແຕ່ລະບາດກ້າວຈະຊ່ວຍແກ້ໄຂຈຸດອຸດຕັນພວມເກີດຂຶ້ນ, ທັງເປີດຂົງເຂດພັດທະນາໃໝ່
  ທ່ານ Kyril Whittaker, ນັກຄົ້ນຄວ້າດ້ານການເມືອງ, ປະຫວັດສາດ ຫວຽດນາມ (ພາບ: VNA)  

ທ​ີ່ກອ​ງ​ປ​ະ​ຊຸມ​ເທື່ອ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14 (ເດືອນ ກໍ​ລະ​ກົດ 2026), ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຍົກ​ອອກ 4 ບາດ​ກ້າວ​ຫັນ​ປ່ຽນ​ຍຸດ​ທະ​ສາດ ສ້າງ​ເປັນ​ກຳ​ນົດ​ທິດ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ. ບັນ​ດາ​ບາດ​ກ້າ​ວ​ຫັນ​ປ່ຽນ​ນັ້ນ​ໄດ້​ສ້າງເປັນ​ກຸ່ມ​ໜຶ່ງ​ທີ່​ເປັນ​ເອ​ກະ​ພາບ, ການ​ແກ້​ໄຂ​ແຕ່​ລ​ະ​ບາດ​ກ້າວ​ຈະ​ຊ່ວຍ​ແກ້​ໄຂ​ຈຸດ​ອຸດ​ຕັນ​ພວມ​ເກີດ​ຂຶ້ນ, ທັງ​ເປີດ​ຂົງ​ເຂດ​ພັດ​ທະ​ນາ​ໃໝ່, ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ລຸ​ລ່ວງ​ແມ່ນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຖື​ມະ​ນຸດ​ເປັນ​ໃຈ​ກາງ.

ທ່ານ Kyril Whittaker, ນັກ​ຄົ້ນ​ຄວ້າ​ດ້ານ​ການ​ເມືອງ, ປະ​ຫວັດ​ສາດ ຫວຽດ​ນາມ ຖື​ວ່າ ເພື່ອ​ໃຫ້​ນະ​ໂຍ​ບາຍນັ້ນ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ, ຕ້​ອງ​ຮັບ​ປະ​ກັນ 3 ປັດ​ໃຈ​ຫຼັກ, ຄື: ທີ 1, ມີ​ໂຄງ​ປະ​ກອບ​ທີ່​ເປັນ​ເອ​ກະ​ພາບ​ເພື່ອ​ຜັນ​ຂະ​ຫຍາຍປະ​ຕິ​ບັດ​ນະ​ໂຍ​ບາຍ; ທີ 2, ນະ​ໂຍ​ບາຍ​ເລີ່ມ​ມາ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ; ແລະ ສຸດ​ທ້າຍ, ການ​ສະ​ໜັບ​ສະ​ໜູນ​ຂອງ​ທົ່ວ​ສັງ​ຄົມ. ສິ່ງ​ທີ່​ໜ້າ​ສ​ົນ​ໃຈ, ຕາມ​ທ່ານ​ແມ່ນ, ຢູ່ ຫວຽດ​ນາມ ທັງ 3 ປັດ​ໃຈ​ນີ້​ລ້ວນ​ແຕ່​​ໄດ້ມີ​ແລ້ວ. ບັນ​ດາ​ກຳ​ນົດ​ທິດນັ້ນ​ບໍ່​ພຽງ​ແຕ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງດຶງ​ດູ​ດ​ວົງ​ການ​ນັກ​ຄົ້ນ​ຄວ້າ​ສາ​ກົນ​ກໍ່​ໄດ້ເອົາ​ໃຈ​ໃສ່​ຕິດ​ຕາມ​ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ການຢ້ຽມຢາມ 2 ປະເທດດັ່ງກ່າວຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ.

Top