• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຮຽນຮູ້ຝຣັ່ງຮຽກຮ້ອງສືບຕໍ່ເຈລະຈາພາຍຫຼັງຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບທະເລຕາເວັນອອກ

ການເຄື່ອນໄຫວຖົມດິນເປັນເກາະຢ່າງຜິດກົດໝາຍຂອງຈີນ ຢູ່ທະເລຕາເວັນອອກ 
(ພາບ:Reuters)
      ພາຍຫຼັງ​ຄຳ​ຕັດສິນ​ຂອງ​ສານ ອະນຸຍາ​ໂຕ​ຕຸລາການ ຢູ່​ລາ​​ໄຮ ກ່ຽວ​ກັບ​ເລື່ອງ​ຟ້ອງ​ຮ້ອງ ຈີນ ຂອງ ຟີ​ລິບ​ປິນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ຝ່າຍ​ກ່ຽວຂ້ອງ​ຕ້ອງ​ສືບ​ຕໍ່​ເຈລະຈາ ​ແລະ ນີ້​ຈະ​ແມ່ນ​ການ​ເຈລະຈາ​ທີ່ແກ່ຍາວ​ເພື່ອ​ແນ​ໃສ່​ຫຼີກລ້ຽງ​ການ​ປະ​ທະ​ກັນ ​ແລະ ສົງຄາມ. ຕາ​ມທ່ານ ປອ Pierre Journoud, ສາ​​ດສະ​ດາ​ຈານ​ວິຊາ​ປະຫວັດສາດຍຸກປະຈຸ​ບັນ​ຂອງ​ມະຫາ​ວິທະຍາ​​ໄລ​ Paul – Valery Montpellier 3, ພ້ອມ​ທັງ​ເປັນ​ນັກ​ຄົ້ນ​ຄ້ວາ​ຂອງ​ສະຖາ​ບັນ​ຄົ້ນ​ຄ້ວາຍຸ​​ດທະ​ສາດ​ ຂຶ້ນ​ກັບ​ສະ​ຖາ​ບັນປ້ອງ​ກັນ​ປະ​ເທດ ຝຣັ່ງ (IRSEM), ​ໃນ​ຄຳ​ຕັດສິນ​ຍາວ​ເກືອ​ບ 500 ໜ້າ​ທີ່​ໄດ້ປະກາດ​ເມື່ອ​ວັນ​ທີ 12/7, ສານ​ອະນຸຍາ​​ໂຕ​ຕຸລາ​ການ ​ໄດ້​ປະຕິ​ເສດ​ບັນດາ​ຄຳ​ຮຽກ​ສິດ​ຂອງ​ຈີນ ກ່ຽວ​ກັບ “ສິດ​ປະຫວັດສາດ” ຢູ່​ທະ​ເລ​ຕາ​ເວັນ​ອອກ. ສານ​ກໍ່​ຢັ້ງຢືນ​ຢູ່​ເຂດ​ທີ່​ພວມ​ເກີດ​ການ​ຂັດ​ແຍ້​ງກັນ, ບໍ່​ມີເກາະ​ແຫ່ງ​ຕ່າງໆ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ສົນທິສັນ​ຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) 1982, ມີ​ຄວາມ​ໝາຍວ່າ​ບັນດາ​ເກາະ​ທຽມ​ໂດຍ ຈີນ ຖົມ​ດິນ​ກໍ່ສ້າງ​ເກາະນັ້ນ​ບໍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ບັນດາ​​ໂຄງ​ສ້າງ​ພູມ​ສາດ​ທີ່​ມີ​ເຂດ​ເສດຖະກິດ​ຈຳ​ເພາະ (EEZ). ສາ​ດສະ​ດາ​ຈານ Pierre Journoud ​ໃຫ້​ຮູ້​ວ່າ: ທັດສະນະ​ຂອງ ອີ​ຢູ ​ແລະ ​ຝຣັ່ງ ​ແມ່ນ​ຄ້າຍຄື​ກັນ ຍ້ອນ​ວ່າທັງ 2 ພ້ອມ​ກັນສະໜັບສະໜູນ​ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ພິ​ເສດ​ແມ່ນ UNCLOS. ບັນດາປະ​ເທດ ອີ​ຢູ ຖື​ວ່າ: ບັນດາ​ປະ​ເທດ​ກ່ຽວຂ້ອງ​ຕ້ອງ​ໃຫ້​ຄຳ​ໝັ້ນ​ສັນຍາ​ເຄົາລົບ​ຫຼັກການ​ເສ​ລີ​ໃນ​ການ​ເດີນ​ເຮືອ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ​ເປັນກາງ​ໃນ​ການ​ປະ​ທະ​ກັນ​ກ່ຽວຂ້ອງ​ເຖິງ​ບັນດາ​ຄຳ​ຮຽກ​ສິດ​ຜື​ນ​ແຜ່ນດິນ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ. ສາ​ດສະ​ດາ​ຈານ Pierre Journoud ກໍ່​ສະ​ເໜີ ອີ​ຢູ​ ​ແລະ ຝຣັ່ງ ຄວນ​ສະ​ແດງ​ບົດບາດ​ເປັນ​ກຳລັງ​ຍົກ​ອອກ​ບັນດາ​ມາ​ດຕະການ​ການ​ທູດ ​ແລະ ໝູນ​ໃຊ້​ບັນດາ​ບົດຮຽນ​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ​ຂອງ​ຕົນ​ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ປະ​ເທດ ອາ​ຊີ, ພິ​ເສດ​ແມ່ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃນ​ການ​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ​ບົນ​ທະ​ເລຕາ​ເວັນ​ອອກ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top