• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກສຶກສາລາວ ຢູ່ແຂວງ ກວາງນິງ ຕ້ອນຮັບບຸນປີໃໝ່

ລາຍການຕ້ອນຮັບບຸນປີໃໝ່ ແມ່ນການເຄື່ອນໄຫວປະຈຳປີຂອງໂຮງຮຽນ, ເພື່ອສະແດງໃຫ້ເຫັນຄວາມເອົາໃຈໃສ່, ແບ່ງປັນ ແລະ ໃຫ້ກຳລັງໃຈແກ່ນັກສຶກສາ ລາວ ຕ້ອງຕ້ອນຮັບບຸນປີໃໝ່ຢູ່ຫ່າງຈາກບ້ານເກີດເມືອງນອນ.
(ທີ່ລາຍການຕ້ອນຮັບບຸນປີໃໝ່)

ວັນທີ 15 ເມສາ, ຢູ່ນະຄອນ ອວງບີ, ແຂວງ ກວາງນິງ, ມະຫາວິທະຍາໄລ ຮະລອງ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່ 2024 ໃຫ້ແກ່ນັກສຶກສາລາວ ພວມຮ່ຳຮຽນຢູ່ໂຮງຮຽນ. ໃນລາຍການ, ນັກສຶກສາ ລາວ ແລະ ຫວຽດນາມ ໄດ້ພ້ອມກັນສະແດງບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ; ປະຕິບັດບາງພິທີກຳຂອງບຸນປີໃໝ່.

ລາຍການຕ້ອນຮັບບຸນປີໃໝ່ ແມ່ນການເຄື່ອນໄຫວປະຈຳປີຂອງໂຮງຮຽນ, ເພື່ອສະແດງໃຫ້ເຫັນຄວາມເອົາໃຈໃສ່, ແບ່ງປັນ ແລະ ໃຫ້ກຳລັງໃຈແກ່ນັກສຶກສາ ລາວ ຕ້ອງຕ້ອນຮັບບຸນປີໃໝ່ຢູ່ຫ່າງຈາກບ້ານເກີດເມືອງນອນ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີລະຫວ່າງນັກຮຽນ, ນັກສຶກສາ 2 ຊາດ ຫວຽດນາມ - ລາວ. ນ້ອງ ພອຍໄພລິນ ວິໄລສຸກ, ນັກສຶກສາປີທີ 3, ພະແນກສິ່ງແວດລ້ອມ, ມະຫາວິທະຍາໄລ ຮະລອງ, ແບ່ງປັນວ່າ:

“ເນື່ອງໃນໂອກາດບຸນປີໃໝ່, ທາງໂຮງຮຽນໄດ້ຈັດໃຫ້ພວກນ້ອງໄປຢ້ຽມຢາມ, ລົງຕົວຈິງທີ່ມີຄວາມໝາຍຢູ່ເຂດພາກກາງ. ພິເສດ, ແມ່ນໄດ້ໄປຢ້ຽມຢາມບັນດາສະຖານທີ່ປະຫວັດສາດ, ຄື: ເຂດປູຊະນີຍະສະຖານ 3 ແຍກ ດົ່ງລົກ, ຢ້ຽມຢາມຢູ່ແຂວງ ເງະອານ ເຊິ່ງແມ່ນບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ. ພວກນ້ອງຮັກຫອມ ແລະ ມີຄວາມເຂົ້າໃຈກ່ຽວກັບປະເທດ ຫວຽດນາມ ຫຼາຍກວ່າ”.

(ແຫຼ່ງຄັດຈາກ VOV)

ທ່ານເຈິ່ນແທັງເໝີນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດອາຍຸການ 2021-2026

ທ່ານເຈິ່ນແທັງເໝີນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດອາຍຸການ 2021-2026

ໃນຈຳນວນ 475/475 ສສຊ ເຂົ້າຮ່ວມກອງປະຊຸມ (100%) ຕ່າງທີ່ສະໜັບສະໜູນ, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິເລືອກຕັ້ງທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ສສຊ ຊຸດທີ XV ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດຊຸດທີ XV ອາຍຸການ 2021 – 2026.

Top