• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນຍາມໃດກໍ່ແມ່ນກຳລັງທີ່ຮ່ວມເດີນທາງພ້ອມກັບປະເທດຊາດ

ຕອນເຊົ້າວັນທີ 31 ກໍລະກົດ ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ “ພົບປະສັງສັນກັບຜູ້ແທນທີ່ເປັນນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນມູນເຊື້ອຂະແໜງການໂຄສະນາສຶກສາຂອງພັກ (01/08/1930 – 01/08/2020). 

ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)

ການນຳພັກ, ຄະນະໂຄສະນາສຶກສາ ແລະ ຜູ້ແທນເກືອບ 200 ຄົນທີ່ເປັນນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ເປັນຕົ້ນແມ່ນຂະແໜງໂຄສະນາສຶກສາ ຕ້ອງຊາບຊຶມບັນດາແຜນນະໂຍບາຍຂອງພັກຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນກ່ວາອີກ ກ່ຽວກັບການສ້າງຖັນແຖວນັກປັນຍາຊົນ, ພັດທະນາວັດທະນາທຳສິລະປະ, ນັກວິທະຍາສາດ, ນັກສິລະປິນ, ເຕັກໂນໂລຊີ, ຄົ້ນຄວ້າແຜນນະໂຍບາຍ, ນະໂຍບາຍໃຫ້ເໝາະສົມທັນການ ເພື່ອເປັນເສນາທິການໃຫ້ແກ່ພັກ, ລັດ, ແກ້ໄຂບັນດາສິ່ງຕິດຂັດທີ່ແກ່ຍາວມາຮອດປະຈຸບັນໃຫ້ໄດ້, ສ້າງກຳລັງໜູນດ້ານຫົວຄິດປະດິດສ້າງຂອງນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ.”

        ເນື່ອງໃນໂອກາດນີ້, ນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນເກືອບ 200 ຄົນໄດ້ຮັບໃບຍ້ອງຍໍຈາກຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ.

ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top