ຂ່າວສານ

ນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນຍາມໃດກໍ່ແມ່ນກຳລັງທີ່ຮ່ວມເດີນທາງພ້ອມກັບປະເທດຊາດ

ຕອນເຊົ້າວັນທີ 31 ກໍລະກົດ ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ “ພົບປະສັງສັນກັບຜູ້ແທນທີ່ເປັນນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນມູນເຊື້ອຂະແໜງການໂຄສະນາສຶກສາຂອງພັກ (01/08/1930 – 01/08/2020). 

ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)

ການນຳພັກ, ຄະນະໂຄສະນາສຶກສາ ແລະ ຜູ້ແທນເກືອບ 200 ຄົນທີ່ເປັນນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ເປັນຕົ້ນແມ່ນຂະແໜງໂຄສະນາສຶກສາ ຕ້ອງຊາບຊຶມບັນດາແຜນນະໂຍບາຍຂອງພັກຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນກ່ວາອີກ ກ່ຽວກັບການສ້າງຖັນແຖວນັກປັນຍາຊົນ, ພັດທະນາວັດທະນາທຳສິລະປະ, ນັກວິທະຍາສາດ, ນັກສິລະປິນ, ເຕັກໂນໂລຊີ, ຄົ້ນຄວ້າແຜນນະໂຍບາຍ, ນະໂຍບາຍໃຫ້ເໝາະສົມທັນການ ເພື່ອເປັນເສນາທິການໃຫ້ແກ່ພັກ, ລັດ, ແກ້ໄຂບັນດາສິ່ງຕິດຂັດທີ່ແກ່ຍາວມາຮອດປະຈຸບັນໃຫ້ໄດ້, ສ້າງກຳລັງໜູນດ້ານຫົວຄິດປະດິດສ້າງຂອງນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ.

        ເນື່ອງໃນໂອກາດນີ້, ນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນເກືອບ 200 ຄົນໄດ້ຮັບໃບຍ້ອງຍໍຈາກຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ.

ແຫຼ່ງຄັດຈາກ VOV)


top