ທຳນຽບຂາວໃຫ້ຮູ້ວ່າ ເລື່ອງທ່ານປະທານາທິບໍດີ Trump ອອກຕ້ອນຮັບທ່ານ ສີຈິ້ນຜິງໂດຍກົງ ແມ່ນເພື່ອແນໃສ່ຕອບຄືນການຕ້ອນຮັບການນຳອາເມລິກາ ໃນໂອກາດໄປຢ້ຽມຢາມຈີນ ເມື່ອເດືອນພຶດສະພາ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ອອກຕ້ອນຮັບທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ຢູ່ສະໜາມບິນ ໂດຍກົງ (ພາບ: ຊິນຮົວ/VNA).
ຕອນຄ່ຳວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໄປຍັງຖານທີ່ໝັ້ນປະສົມ Andrews, ລັດ Maryland ຕ້ອນຮັບທ່ານສີຈິ້ນຜິງ ປະທານປະເທດ ຈີນ ແລະ ພັນລະຍາໂດຍກົງ ເລີ່ມຕົ້ນ ການຢ້ຽມຢາມທາງລັດຖະກິດອາເມລິກາ ເປັນເວລາສາມວັນ. ເລື່ອງປະທານາທິບໍດີ ອາເມລິກາ ໄປຕ້ອນຮັບການນຳຕ່າງປະເທດຢູ່ສະໜາມບິນໄດ້ຕີລາຄາວ່າແມ່ນພິທີການທາງການທູດທີ່ເຫັນໄດ້ຍາກໃນຊຸມທົດສະວັດມໍ່ໆມານີ້.
ທຳນຽບຂາວໃຫ້ຮູ້ວ່າ ເລື່ອງທ່ານປະທານາທິບໍດີ Trump ອອກຕ້ອນຮັບທ່ານ ສີຈິ້ນຜິງໂດຍກົງ ແມ່ນເພື່ອແນໃສ່ຕອບຄືນການຕ້ອນຮັບການນຳອາເມລິກາ ໃນໂອກາດໄປຢ້ຽມຢາມຈີນ ເມື່ອເດືອນພຶດສະພາ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດ ອາເມລິກາ ຄັ້ງທຳອິດຂອງທ່ານປະທານປະເທດ ຈີນ ໃນກວ່າໜຶ່ງທົດສະວັດ ແລະ ແມ່ນການພົບປະຄັ້ງທີສາມລະຫວ່າງການນຳສອງທ່ານນັບແຕ່ເວລາທ່ານ Trump ກັບຄືນທຳນຽບຂາວ.
ສ່ວນຝ່າຍຈີນ, ໃນບົດກ່າວປາໄສດ້ວຍເອກະສານເມື່ອໄປຢ້ຽມຢາມອາເມລິກາໃນວັນທີ 23 ກັນຍາ, ທ່ານ ປະທານປະເທດ ຈີນ ສີຈິ້ນຜິງ ຢັ້ງຢືນວ່າ ຈີນ ແລະ ອາເມລິກາ ລ້ວນແຕ່ແມ່ນບັນດາປະເທດທີ່ຍິ່ງໃຫຍ່, ສອງປະເທດຄວນເປັນຄູ່ຮ່ວມມື, ແທນທີ່ເປັນຄູ່ແຂ່ງຂອງກັນ.
(ແຫຼ່ງຄັດຈາກ VOV)