ຂ່າວສານ

ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ​ອອກຕ້ອນ​ຮັບ​ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ຈີນ ​ຢູ່​ສະ​ໜາມ​ບິນ ໂດຍ​ກົງ

ທຳ​ນຽບ​ຂາວ​ໃຫ້​ຮູ້​ວ່າ ເລື່ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ອອກຕ້ອນ​ຮັບ​ທ່ານ ສີ​ຈິ້​ນ​ຜິງ​ໂດຍ​ກົງ ແມ່ນເພື່ອ​ແນ​ໃສ່​ຕອບ​ຄືນ​ການ​ຕ້ອນ​ຮັບ​​ການ​ນຳ​ອາ​ເມ​ລິ​ກາ ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ຈີນ ເມື່ອ​ເດືອນ​ພຶດ​ສະ​ພາ.
  ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ​ອອກຕ້ອນ​ຮັບ​ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ຈີນ ​ຢູ່​ສະ​ໜາມ​ບິນ ໂດຍ​ກົງ (ພາບ: ຊິນຮົວ/VNA).  

ຕອນ​ຄ່ຳ​ວັນ​ທີ 23 ກັນ​ຍາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ໄປຍັງ​ຖານ​ທີ່​ໝັ້ນປ​ະ​ສົມ Andrews, ລັດ Maryland ຕ້ອນ​ຮັບ​ທ່ານສີ​ຈິ້ນ​ຜິງ ​ປະ​ທານ​ປະ​ເທດ ຈີນ ແລະ ພັນ​ລະ​ຍາ​ໂດຍ​ກົງ ເລີ່ມ​ຕົ້ນ ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ອາ​ເມ​ລິ​ກາ ເປັນ​ເວ​ລາ​ສາມ​ວັນ. ເລື່ອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄປ​ຕ້ອ​ນ​ຮັບ​ການ​ນຳ​ຕ່າງ​ປະ​ເທດ​ຢູ່​ສະ​ໜາ​ມ​ບິນ​ໄດ້​ຕີ​ລາ​ຄາວ່າ​ແມ່ນ​ພິ​ທີ​ການທາງ​ການ​ທູດ​ທີ່​ເຫັນ​ໄດ້​ຍາກ​ໃນ​ຊຸມ​ທົດ​ສະ​ວັດ​ມໍ່ໆ​ມາ​ນີ້.

ທຳ​ນຽບ​ຂາວ​ໃຫ້​ຮູ້​ວ່າ ເລື່ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ອອກຕ້ອນ​ຮັບ​ທ່ານ ສີ​ຈິ້​ນ​ຜິງ​ໂດຍ​ກົງ ແມ່ນເພື່ອ​ແນ​ໃສ່​ຕອບ​ຄືນ​ການ​ຕ້ອນ​ຮັບ​​ການ​ນຳ​ອາ​ເມ​ລິ​ກາ ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ຈີນ ເມື່ອ​ເດືອນ​ພຶດ​ສະ​ພາ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອາ​ເມ​ລິ​ກາ ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ໃນ​ກວ່າ​ໜຶ່ງ​ທົດ​ສະ​ວັດ ແລະ ແມ່ນ​ການ​ພົບ​ປະ​ຄັ້ງ​ທີ​ສາມ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ​ນັບ​ແຕ່​ເວ​ລາ​ທ່ານ Trump ກັບ​ຄືນ​ທຳ​ນຽບ​ຂາວ.

ສ່ວນ​ຝ່າຍ​ຈີນ, ໃນ​ບົດ​ກ່າວ​ປາ​ໄສ​ດ້ວຍ​ເອ​ກະ​ສານ​ເມື່ອ​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 23 ກັນ​ຍາ, ທ່ານ ປະ​ທາ​ນ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ຢັ້ງ​ຢືນ​ວ່າ ຈີນ ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ແມ່ນ​ບັນ​ດາ​ປະ​ເທດ​ທີ່ຍິ່ງ​ໃຫຍ່, ສອງ​ປະ​ເທດ​ຄວນ​ເປັນ​ຄູ່​ຮ່ວມ​ມື, ແທນ​ທີ່​ເປັນ​ຄູ່​ແຂ່ງ​ຂອງ​ກັນ.


top