• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານດ້ານເສດຖະກິດອົດສະຕາລີໃຫ້ຂໍ້ສັງເກດກ່ຽວກັບພື້ນຖານເສດຖະກິດຫວຽດນາມ

(ພາບ​ປະ​ກ​ອບ: TTXVN)
       ໃນ​ບົດ​ຂຽນ​ຕີ​ລາ​ຄ​າ​ສະ​ພາບ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ 2016 ທີ່​ໄດ້​ອັ​ບລົງ​ໃນ​ເວັບ​ໄຊ “ເວ​ທີ​ປາ​ໄສ​ອາ​ຊ​ີ​ຕາ​ເວັນ​ອອກ” ສະ​ບັບ​ອອກ​ຫຼ້າ​ສຸດນີ້, ​​ນັກ​ຂຽນ​, ທ່ານ​ Suiwah Dean Leung, ສາດ​ສະ​ດາ​ຈານ​ກິ​ຕິ​ມະ​ສັກ​ກ່ຽວ​ກັບ​ດ້ານເສດ​ຖະ​ກິດ​​ຢູ່ໂຮງ​ຮຽນ​ນະ​ໂຍ​ບາຍ​ລັດ Crawford ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ອົດ​ສະ​ຕາ​ລີ ຖື​ວ່າ: ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໄດ້​ສະ​ແດງ​​ໃຫ້​ເຫັນ​ຄວາມ​ສາ​ມາດ​ໃນການ​ຟື້ນ​ຟ​ູ​ຕໍ່​ໜ້າ “​ຜັນ​ແປ​ທີ່​ສັບ​ສົນ” ໃນທົ່ວ​ໂລກ. ຕາມ​ທ່ານ​ສາດ​ສະ​ດາ​ຈານ Suiwah Dean Leung ແລ້ວ, ທະ​ນາ​ຄານ​ໂລກ (WB) ໄດ້​ຄາດ​ຄະ​ເນ​ລະ​ດັບ​ເຕີບ​ໂຕ​ GDP ຂອງ​ຫວຽດ​ນາມ ໃນ​ປີ 2016 ແມ່ນ​ປະ​ມານ 6%, ສູງກວ່າ​ເມື່ອ​ທຽບ​ໃສ່​ກັບບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ອື່ນ​ຂອງ​ອາ​ຊຽນ​ ຄື: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ ໄທ. ອັດ​ຕາ​ໄພ​ເງິນ​ເຟີ້​ຕ​່ຳ ແລະ ສະ​​ກຸນ​ເງິນ​ດົ່ງ​ຂອງ​ຫວຽດ​ນາມ ຍັງ​​​ເປັນ​ປົກ​ກະ​ຕິພໍ​ສົມ​ຄວນ​ ເມື່ອ​ທຽບ​ໃສ່​ສະ​ກຸນ​ເງິນ USD. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ທ່ານ​ສາດ​ສະ​ດາ​ຈານ Suiwah Dean Leung ຖື​ວ່າ, ຫວຽດ​ນາມ ຄວນ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​​ໃຫ້ເປັນ​ປົກ​ກະ​ຕິ ເ​ພື່ອ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​​ໃຫຍ່ຫຼາຍ​ຢ່າງຄື: ການ​ຂາດ​​ສະ​ຖຽນ​ລະ​ພາບ​ມູນ​ຄ່າ​ເພີ່ມ​ໃນ​ການ​ລົງ​ທຶນ ແລະ ການ​ຄ້າ​ສາ​ກົນ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top